ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະຝັງສົບ ຜູ້ເສຍຊີວິດ ຍ້ອນອີໂບລາ ທີ່ກ້າຫານ ຂອງໄລບີເຣຍ


Liberia’s Brave Men Who Remove Ebola-Infected Bodies
please wait

No media source currently available

0:00 0:03:00 0:00

ເບິ່ງວີດີໂອ ລາຍງານ ຄະນະຝັງສົບ ຜູ້ເສຍຊີວິດ ຍ້ອນອີໂບລາ ທີ່ກ້າຫານ ຂອງໄລບີເຣຍ

ເລື້ອງ​ລາວ​ທີ່​ເກີດ​ຂຶ້ນຢູ່​ທົ່ວ​ໄປ​ ໃນ​ນະຄອນຫລວງມອນ​ໂຣ​ເວ​ຍ
ປະ​ເທດໄລບີ​ເຣຍ ກາຍ​ມາ​ເປັນ​ເລື້ອງ​ທຳ​ມະ​ດາ​ໄປ​ແລ້ວ ຄືຜູ້​ປ່ວຍ
ທີ່ເປັນ ຍິງໄວໜຸ່ມ​ຄົນ​ນຶ່ງບໍ່​ຍອມ​ໄປ​ໂຮ​ງໝໍ ​ໃນ​ເວລາ​ພະນັກງານ
​ແພດ​ໄດ້​ຂໍ​ຮ້ອງ​ໃຫ້ນາງ​ໄປ ​ແລະຊຸມຊົນທັງໝົດ ກໍ​ຢາກ​ໃຫ້​ນາງ​ເຮັດ
​ຕາມຄຳຂໍ​ນັ້ນ. ດຽວ​ນີ້ຜູ້​ຍິງ​ຄົນດັ່ງກ່າວ ​ແມ່ນ​ເສຍຊີວິດ​ແລ້ວ ​ແລະ
ຫຼາຍໆ​ຄົນ​ໃນ​ຊຸມຊົນນັ້ນ ກໍ​ໄດ້​ຕິດ​ເຊື້ອ​ພະຍາດ​ອີ​ໂບລາ. ຜູ້​ສື່​ຂ່າວ
ວີ​ໂອ​ເອ Benno Muchler ​ໄດ້​ຕິດຕາມ​ຄະນະຝັງ​ສົບ​ ຂອງ​ທ້ອງ
​ຖິ່ນຊຶ່ງ​ໄດ້​ນຳເອົາ​ສົບ ​ຂອງຜູ້​ຍິງ​ຄົນ​ດັ່ງກ່າວ​ ອອກ​ໄປ​ຈາກໝູ່​ບ້ານ
ທີ່ຕັ້ງຢູ່​ໃນ​ເມືອງ Margibi ​ອັນເປັນ​ເຂດ​ນຶ່ງ​ທີ່​ໄດ້ຮັບຜົນກະທົບ
​ຢ່າງໜັກ​ ໃນ​ໄລ​ບີ​ເຣຍ ​ແລະ​ໄດ້​ຝັງສົບຂອງນາງ ໃນປ່າຊ້າຢູ່ໃກ້
ຄຽງນັ້ນ. ເປັນ​ທີ່​ໜ້າ​ມະຫັດສະຈັນຫຼາຍ ຫຼັງຈາກ​ທີ່​ໄດ້​ທຳການຝັງສົບ ຫຼາຍກວ່າ 200 ສົບ​
ມາແລ້ວ ກໍບໍ່​ມີ​ຜູ້​ໃດ​ຢູ່​ໃນ​ຄະນະດັ່ງກ່າວ​ ຕິດ​ພະຍາດອີ​ໂບລາ​ເລີຍ. Benno Muchler ມີ​
ລາຍ​ລະ​ອຽດກ່ຽວກັບ​ເລື້ອງນີ້ ຊຶ່ງໄຊ​ຈະ​ເລີ​ນສຸກ ຈະ​ນຳ​ເອົາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ນ້ອງຊາຍ​ຂອງ​ແມ່ຍິງ​ທີ່​ເສຍ​ຊີວິດ​ຮ້ອງ​ໄຫ້ອອກມາ​ວ່າ “​ໂອ້​ຍ ​ໂອ້​ຍ ​ໂອ້​ຍ ​ເອີ້ ພວກ​ເຮົາ​
ມີ​ຊີວິດ​ໄດ້​ແນວ​ໃດ? ​ໂອ້ຍ​ ພວກ​ເຮົາ​ຈະ​ຢູ່​ກັນ​ແນວ​ໃດ?”

ຍິງ​ຄົນ​ນຶ່ງໄດ້​ເສຍ​ຊີວິດ​ແລ້ວ. ນ້ອງຊາຍ​ຂອງ​ນາງ ເສຍ​ໃຈຫຼາຍ. ຄະນະຝັງ​ສົບ​ທ້ອງ​ຖິ່ນ
ພ້ອມແລ້ວ ທີ່​ຈະນຳເອົາ​ສົບ​ອອກ​ໄປ​ຈາກ​ໝູ່​ບ້ານ ​ໃນ​ເຂດຊຸມຊົນ Robertsfield ທີ່ຢູ່​
ໃກ້ໆ​ກັບ​ເດີ່ນບິນ​ສາກົນ​ຂອງໄລ​ບີ​ເຣຍ.

ທ່ານ Emmanuel N.B. Flomo ​ທີ່ມີກ້ອງ​ຖ່າຍວີດີໂອນ້ອຍໆ ແມ່ນ ເປັນ​ຫົວໜ້າ​ຄະນະ
ຝັງສົບນີ້. ການຍົກຍ້າຍສົບທີ່ຕິດແປດດ້ວຍພະຍາດ ອີໂບລາ ແມ່ນເປັນວຽກທີ່ມີຄວາມ
ສ່ຽງສູງ. ການຖ່າຍວີດີໂອນັ້ນ ກໍເປັນ ເລື້ອງທີ່ຫຍຸ້ງຍາກອັນນຶ່ງ.

ເຈົ້າບໍ່ສາມາດເຄື່ອນຍ້າຍໄດ້ຢ່າງວ່ອງໄວ ເວລາໃສ່ຊຸດຄືກັບພວກຜູ້ ຊາຍຄະນະຝັງ​ສົບ
ເຫຼົ່ານັ້ນໃສ່ຢູ່. ເຄື່ອງຂອງຕ້ອງໄດ້ປົກຄຸມໄວ້ ແລະ ໄດ້ຖືກຂ້າເຊື້ອໂຣກຫຼັງຈາກນັ້ນ ຄືກັນ
ກັບທຸກໆສິ່ງ ໃນທົ່ວບໍລິເວນ ແຫ່ງນີ້. ພວກພະນັກງານເກັບກູ້ສົບເລີ້ມດ້ວຍ ລົດຂົນສົ່ງສົບ ແລະ ຕໍ່ຈາກນັ້ນ ​ກໍ​ແມ່ນເຮືອນຂອງຜູ້ຍິງຄົນດັ່ງກ່າວ.

ທ່ານ Flomo ຫົວໜ້າຄະນະຝັງສົບເວົ້າວ່າ: “ພວກເຮົາຕ້ອງຂ້າເຊື້ອໂຣກ ​ຢູ່ໃນທຸກ
ສິ່ງທຸກຢ່າງ ເພາະວ່າພວກເຮົາຈະບໍ່ໄດ້ ໄປສຳພັດກັບ ມັນໂດຍຄວາມຜິດພາດ.
ຍ້ອນວ່າ ເຈົ້າບໍ່ຄວນທີ່ຈະໄປແຕະຕ້ອງກັບ ສິ່ງຕ່າງໆຢູ່ໃນທີ່ນີ້ ​ເພາະວ່າ…”

ຜູ້ສື່ຂ່າວວີໂອເອເວົ້າຂຶ້ນວ່າ: “ຊັ້ນວະ ແຕ່ ຂ້ອຍໝາຍຄວາມວ່າ ມັນ​ບໍ່ເປັນຕາ​ເຊື່ອ​
ເລີຍ ພວກຄົນທັງໝົດເຫຼົ່ານັ້ນ​ເດ້ ຄືວ່າ ພວກຜູ້ຊາຍ ຢູ່ອ້ອມ​ແອ້ມພວກເຮົານີ້.
ພວກເຂົາເຈົ້າບໍ່ມີເຄື່ອງ ປົກປ້ອງໃດໆເລີຍ.”
ທ່ານ Flomo ເວົ້າຕໍ່ໄປວ່າ: “ນັ້ນ
ແຫລະ ແມ່ນບັນຫາທີ່ພວກເຮົາມີ ຢູ່ໃນໄລບີເຣຍ. ພວກຄົນສ່ວນຫຼາຍ ເຂົາເຈົ້າ
ບໍ່ເຊື່ອວ່າ ເຊື້ອໄວຣັສ ແມ່ນເລື້ອງແທ້ຈິງ.”

ຍິງສາວທີ່ອາໄສຢູ່ໃນຕູບນ້ອຍຫຼັງນີ້ ທີ່ມີພຽງແຕ່ຕຽງນອນອັນດຽວ ໝໍ້ຄົວກິນ ແລະ ຟືນ
ຈຳນວນນຶ່ງ. ນາງໄດ້ນອນຢູ່ເທິງ​ເສື່ອທີ່ວາງຢູ່ ກັບພື້ນ ແລະປົກຄຸມດ້ວຍກອງເຄື່ອງນຸ່ງ.

ທ່ານ Flomo ເວົ້າຕໍ່ໄປວ່າ: “ລາວ​ກຳລັງ​ຂ້າ​ເຊື້ອ​ໂຣກ​ທີ່ຢູ່ຕາມ​ສົບ. ​ແລະ​ຂ້ອຍເຂົ້າ
ໃຈ​ວ່າ ນາງ​ມີ​ລູກນ້ອຍ​ຄົນ​ນຶ່ງ ​ແລະລູກນ້ອຍ​ຂອງ​ນາງ​ ມີ​ອາຍຸ​ພຽງ​ສາມ​ເດືອນ.
ສະນັ້ນ ຂ້ອຍ​ບໍ່​ຮູ້​ວ່າ​ ຖ້າຄອບຄົວ​ຂອງ​ນາງ​ຍັງ ຈະປະຕິ​ເສດ ​ບໍ່ຍອມຮັບເອົາ​ລູກ
ເດັກນ້ອຍ​ໄປຮັບ​ການ​ຮັກສາອີກຫຼືບໍ່ ​ເພາະວ່າ ຂ້ອຍ​ຮູ້ຈັກ​ວ່າ​ເດັກນ້ອຍ ​ບໍ່ກິນ​
ຫຍັງ​ເລີຍດຽວ​ນີ້.”

ຫຼັງຈາກ​ໄດ້​ຂ້າ​ເຊື້ອ​ໂຣກຕາມ​ສົບ​ແລ້ວ ພວກ​ເກັບ​ກູ້​ສົບແມ່ນ​ກຽມພ້ອມ​ ທີ່​ຈະ​ນຳ​ເອົາ​ສົບ
​ໃສ່ເຂົ້າໄປໃນ​ຖົງ​ສົບ.

ທ່ານ Flomo ​ເວົ້າວ່າ: “​ແລະ​ຢູ່ຈຸດ​ນີ້​ເປັນ​ຕອນ​ທີ່​ມີ​ຄວາມ​ສ່ຽງ​ສູງ. ສະ​ນັ້ນ ມັນ​ເປັນ​
ເວລາ​ດຽວ​ເທົ່າ​ນັ້ນ ທີ່​ອາດ​ຈະ​ຕ້ອງ​ໄດ້​ຈັບ​ສົບ ​ແລະນັ້ນ​ແມ່ນການຍົກເອົາ​ສົບຂຶ້ນ
ຈາກ​ພື້ນ ​ໃສ່​ເຂົ້າ​ໄປ​ໃນ​ຖົງ​ສົບ​ໂດຍ​ກົງ. ນັ້ນ​ແມ່ນ​ເວລາ​ດຽວ​ ເທົ່າ​ນັ້ນ ທີ່ພວກ
ພະນັກງານພວກເກັບສົບ​ ຈະ​ໄດ້​ສຳ​ພັດ​ກັບ​ສົບ​. ​ເຊື້ອ​ພະຍາດທີ່ຕິດ​ແປດ​ຢູ່​ອ້ອມ
ສົບ​ນັ້ນ ຂ້ອຍ​ອາດ​ເວົ້າ​ໄດ້​ວ່າ ​ແມ່ນມີ 100 ​ເປີ​ເຊັນ.”

​ໃນ​ຂະນະ​ທີ່​ພວກ​ພະນັກງານ ​ກຳລັງ​ຂ້າ​ເຊື້ອ​ໂຣກ​ນອກ​ຊຸດ​ເຂົາ​ເຈົ້າຢູ່​ນັ້ນ ພໍ່​ຂອງເດັກນ້ອຍ
ຮ້ອງ​ໃສ່​ເຂົາ​ເຈົ້າຕ່າງໆ​ນາໆ. ສາມີ​ຂອງ​ຜູ້ຍິງ​ທີ່​ເສຍ​ຊີວິດ ພຽງແຕ່​ສາມາດ​ເບິ່ງ ພວກພະ
ນັກງານຫາມ​ສົບ ພັນ​ລະ​ຍາ​ຂອງ​ລາວ​ອອກ​ໄປ.

ຄະນະຝັງ​ສົບ ​ໄດ້​ນຳ​ເອົາ​ສົບ​ໄປທີ່​ໝູ່​ບ້ານ​ຢູ່​ໃກ້​ຄຽງ. ພວກ​ພະນັກງານເກັບ​ກູ້​ສົບ ​ໄດ້​ຝັງສົບ ​ຜູ້ຍິງ​ຄົນ​ນັ້ນ ຢູ່ຫ່າງ​ໄກ​ອອກ​ໄປ ​ໃນ​ປ່າ​ແຫ່ງ​ນຶ່ງ.

ຫຼັງຈາກ​ທີ່​ໄດ້ຝັງ​ສົບ ຫຼາຍກວ່າ 200 ສົບມາ​ແລ້ວ ນັບ​ຕັ້ງ​ແຕ່​ມີ​ການ ລະບາດ​ຂອງພະຍາດ
ອີ​ໂບລາ ​ໃນ​ບໍລິ​ເວນເຂດຂອງ​ເຂົາ​ເຈົ້າ ບໍ່​ມີ​ຜູ້​ໃດ​ເລີຍ​ຢູ່​ໃນ​ຄະນະຝັງສົບ ​ ໄດ້ລົ້ມປ່ວຍ.

ວຽກ​ງານຂອງ​ພວກເຂົາ​ເຈົ້າ ​ບໍ່​ພຽງ​ແຕ່ມີ​ຄວາມ​ສ່ຽງ​ທາງດ້ານ​ສຸຂະພາບ ​ເທົ່ານັ້ນ. ມັນ​ຍັງ​ມີ​
ຄວາມ​ເຄັ່ງ​ຕຶງ​ດ້ານ​ຄວາມ​ຮູ້ສຶກອີກ​ດ້ວຍ. ຍ້ອນ​ເປັນ​ການ​ເຄົາລົບ​ ຕໍ່ຜູ້​ຍິງ​ທີ່​ເສຍ​ຊີວິດ ​ແລະ ຄອບຄົວ​ຂອງ​ນາງ ເຂົາ​ເຈົ້າບໍ່​ຢາກ​ໃຫ້​ຂ້າພະ​ເຈົ້າຖ່າຍວີ​ດີ​ໂອ ກ່ຽວກັບວິທີ​ເອົາ​ສົບ​ຂອງ​ນາງ​ລົງ​ສູ່​ຂຸມ​ຝັງ​ສົບ.

ພວກ​ພະນັກງານ​ກ່າວ​ວ່າ ​ເຂົາ​ເຈົ້າບໍ່​ຢ້ານ​ເລີຍ. ​ເຂົາ​ເຈົ້າຈຳເປັນຕ້ອງ​ເຮັດ​ວຽກ​ນັ້ນ. ​ເພາະວ່າ ຖ້າ​ເຂົາ​ເຈົ້າບໍ່​ເຮັດແລ້ວ ປະຊາຊົນໃນເຂດດັ່ງກ່າວ ກໍ​ຈະຕິດ ແລະ ຕາຍຍ້ອນພະຍາດ ອີໂບລາ ອີກຫຼາຍຂຶ້ນ.


The story is becoming all too common in Monrovia. A sick young woman refused to go to the hospital when health workers asked her, and the entire community, to do so. Now, the woman is dead and many of the community are infected with Ebola. Benno Muchler accompanied the local burial team who removed the woman's body from the village in Margibi County -- one of the worst affected areas in Liberia -- and buried it in a nearby graveyard. Amazingly after more than 200 such burials none of the team has become infected.

"Oh, oh, oh. Yes. How we living? Oh. How gotta we living?"

A woman died. Her brother is heartbroken. A local burial team is getting ready to remove the body from the village, in the Robertsfield community, near Liberia's International Airport.

Emmanuel N.B. Flomo, the man with the little camera, is the head of the team.
Removing dead bodies infected with Ebola is a risky job. Filming it is a difficult one.

You can't move quickly in a suit like these men are wearing. The gear needs to be covered and later disinfected, like everything else around here. The undertakers start with the hearse and then take on the woman's house.

"We have to disinfect everything, so that we don't mistakenly get in contact with it. Because you're not supposed to get in touch with anything in there because …"

"So, but I mean it's crazy. All the people like, the guys around us. They have no protection at all."

"That's the problem we got in Liberia. Most people, they're not believing that the virus is real."

The young woman lived in this tiny hut -- with just a bed, some cooking pots, some firewood. She lies on a mattress on the floor and is covered by clothes.

"He's disinfecting the body. And it's my understanding that she's a baby mother and the child is just three months old. // So I don't know if the family will still be refusing to take the baby for treatment because I learned the child is not eating right now."

After disinfecting the body, the undertakers are preparing themselves to put the body into the body bag.

"And this point is the risky part. So, it's only possible to touch the body one time and that is by taking the body from the ground, straight into the body bag. That's the only time the guys will get in contact with the body. The infection around this body is, I would say 100 percent."

While the men are disinfecting themselves, the father shouts at them. The husband can only watch how the undertakers are carrying his dead wife away.

The burial team takes the body to a nearby village. The undertakers bury the body far into the bush.

After more than 200 burials since the Ebola outbreak in their area, none of the team has gotten sick.

But their job not only comes with a health risk. It's also an emotional strain. Out of respect for the dead woman and her family, they don't want me to film how they have to put the body into the ground.

The men say they're not scared. They need to do it. Because if they didn't, more of their people would get infected and die.

(( Benno Muchler, VOA News, Margibi County, Liberia ))

XS
SM
MD
LG