ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມ ສະພາສິດທິມະນຸດ ຊົນຊາວລາວ ໃນ ສະຫະລັດ


ບັນດາຜູ້ຕາງໜ້າ ຈາກຫົກອົງການ ສະພາສິດທິມະນຸດ ຊົນຊາວລາວ ທີ່ເຂົ້າຮ່ວມກອງປະຊຸມ ວັນທີ 9 ກໍລະກົດ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ
ບັນດາຜູ້ຕາງໜ້າ ຈາກຫົກອົງການ ສະພາສິດທິມະນຸດ ຊົນຊາວລາວ ທີ່ເຂົ້າຮ່ວມກອງປະຊຸມ ວັນທີ 9 ກໍລະກົດ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ

ສະບາຍດີທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ລາຍການ​ຊີວິດ​ຊາວ​ລາວ ​ໃນ​ແລງ
​ວັນ​ພະຫັດ​ມື້​ນີ້ ຈະ​ນຳ​ເອົາ​ລາຍ​ງານກອງປະຊຸມ ​ສະພາ​ສິດທິ​ມະ
​ນຸດ ຊົນ​ຊາວລາວ ຫລື Laotian Human Rights Council ໃນ
ສະຫະລັດ ມາສະ​ເໜີ​ທ່ານ. ກອງປະຊຸມດັ່ງ​ກ່າ​ວນີ້ ​ໄດ້​ຈັດ​ຂື້ນ​ໃນ​
ວັນ​ທີ 9 ​ເດືອນກໍລະກົດ ທີ່​ຜ່ານ​ມາ ຢູ່ທີ່ຕຶກ Cannon ຊຶ່ງເປັນ
ພາກສ່ວນນຶ່ງຂອງຫ້ອງປະ​ຊຸມ ສະພາຄອງ​ແກຣສ. ຜູ້​ເຂົ້າຮ່ວມ​ກອງ​ປະ​ຊຸມ​ດັ່ງກ່າວ​ມາ​ຈາກ​ຫົກອົງ​ການຈັດ​ຕັ້ງການ​ເມືອງ​ ​ແລະ​ບັນດາ​ຜູ້ຕາງໜ້າ​ປະຊາ​ຄົມຫວຽດນາມ ​ແລະ​ເກົາຫລີ​ໃຕ້ ທີ່​ເຂົ້າ​ຮ່ວມ​ລາຍ​ງານ ກ່ຽວ​ກັບຄວາ​ມ​ເປັນ​ຫ່ວງ​ດ້ານ​ສິດທິ​ມະນຸດ ຢູ່​ໃນ ສປປ ລາວ ຊຶ່ງ​ ກິ່ງ​ສະຫວັນ​ ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ທ່ານ​ຜູ້​ຟັງທີ່​ເຄົາລົບ ໃນຕອນ​ທ່ຽງ​ວັນພຸດ​ທີ 9 ​ເດືອນກໍລະກົດ ທີ່​ຜ່ານ​ມານີ້ ຢູ່ທີ່ຕຶກ Cannon ຊຶ່ງ​ເປັນພາກສ່ວນ​ນຶ່ງ​ຂອງຫ້ອງການ​ຂອງ ສະພາ​ຕຳ່ ສະຫະລັດ ​ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ ໄດ້​ມີ​ ກ​ອງປະຊຸມ​ຂອງ ສະພາ​ສິດທິ​ມະ​ນຸດ ຊົນ​ຊາວລາວ ຫລື Laotian Human Rights Council ເພື່ອ​ລາຍ​ງານເຖິງ ການ​ຝ່າຝືນ​ສິດທິ​ມະນຸດ​ຂອງ ​ລັດຖະບານ ສປປ ລາວ ທີ່​ໄດ້​ເພີ້​ມທະວີສ້າງຄວາມ​ເປັນ​ຫ່ວງຫລາຍ​ຂື້ນ ຢູ່​ໃນ​ຂົງ​ເຂດ ພ້ອມ​ດ້ວຍ​ປະຊາຄົມລາວ ຢູ່​ໃນ ​ແລະ​ຢູ່​ນອກ​ປະ​ເທດ ​ແລະປະຊາ​ຄົມນາໆ​ຊາດ.

ສ່ວນນຶ່ງຂອງບັນດາຜູ້ເຂົ້າຮ່ວມ ກອງປະຊຸມ ສະພາສິດທິມະນຸດ ຊົນຊາວລາວ
ສ່ວນນຶ່ງຂອງບັນດາຜູ້ເຂົ້າຮ່ວມ ກອງປະຊຸມ ສະພາສິດທິມະນຸດ ຊົນຊາວລາວ

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຮັບ​ຄວາມ​ອຸ້ມຊູ​ຈາ​ກ ຜູ້​ແທນສະພາ​ຕຳ່ ຈາກ
​ລັດ Virginia ທ່ານ Frank Wolf ໂດຍ​ການ​ເປັນ​ປະທານ​ກອງ​
ປະຊຸມ​ຂອງ ທ່ານດອກ​ເຕີ Richard ສາຍສະໝອນ ທີ່​ເດີນທາງ​
ມາ​ຈາກ​ລັດ Oklahoma ພ້ອມ​ດ້ວຍ ບັນດາ​ຜູ້ຕາງໜ້າ​ຈາກຫົກ​
ອົງການ​ໆເມືອງທົ່ວ ສະຫະລັດ ລວມມີ:

ອົງການ​ພະລັງ​ຮວມຊາດ
ອົງການ​ລາວ​ຮ່ວມສຳພັນ
ຂະ​ບວນການ​ລາວ​ເປັນ​ລາວ​ຍຸກ​ໃໝ່
ອົງການ​ລາວ​ຍຸກ​ໃໝ່​ເພື່ອ​ປະຊາທິປະ​ໄຕ
ສະພາ​ສິດທິ​ມະນຸດ​ຊົນ​ຊາດ​ລາວ ​ເທັກ​ຊັສ
ຂະ​ບວນການນັກ​ສຶກສາ ​ເພື່ອ​ປະຊາທິປະໄຕ 26 ຕຸລາ 1999

ບັນດາຜູ້ຕາງໜ້າ ອົງການພັນທະມິດ ຊົນຊາດລາວ ໃນ ສະຫະລັດ
ບັນດາຜູ້ຕາງໜ້າ ອົງການພັນທະມິດ ຊົນຊາດລາວ ໃນ ສະຫະລັດ

ຫົວ​ຂໍ້ເລື່ອງ​ທີ່ ສະພາ​ສິດທິ​ມະນຸດ ຊົນ​ຊາວລາວ ​ໄດ້ຍົກ​ຂື້ນ
​ມາກ່າວລາຍ​ງານກໍຄື ປະຊາ​ຊົນ​ລາວ ຍັງຖືກ​ກົດ​ດັນ ບໍ່​ມີ​
ສິດປາກ​ເວົ້າ ລັດຖະບານ ສປປ ລາວ ຍາດ​ເອົາດິນ​ດອນ​
ຂອງ​ປະຊາຊົນຜູ້​ທຸກ​ຈົນ ຮວມທັງ​ບັນດາຊົນ​ເຜົ່າຕ່າງໆ ທີ່
​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ທີ່ຢູ່່​ອາ​ໄສ ​ນອກ​ນັ້ນ​ກໍຍັງ​ມີ​ຫົວ​ຂໍ້​ເລຶ່ອງ
ຕ່າງໆ ທີ່​ຄະນະ​ໄດ້​ຍົກ​ຂື້ນ​ມາສົນທະນາກັນ.

ທ່ານ​ອະຣິຍະ​ພອນ ຈັນທະ​ລາ ອະດີດ​ນັກ​ສຶກສາ​ຄົນ​ນຶ່ງ ​ແລະ​ຜູ້ຕາງໜ້າ ຂະ​ບວນການ​ນັກ​ສຶກສາ ​ເພື່ອ​ປະຊາທິປະ​ໄຕ ທີ່​ໄດ້​ເຂົ້າ​ຮ່ວມ​ເດີນ​ຂະ​ບວນປະ​ທ້ວງ ລັດຖະບານ ສປປ ລາວ ໃນປີ 1999 ປັດ​ຈຸ​ບັນ​ນີ້ ໄດ້​ເຂົ້າມາ​ລີ້ໄພ​ຢູ່​ໃນ ສະຫະລັດ ​ແລະໄດ້ໃຫ້ການ​ສຳພາດ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານອະຣິຍະພອນ ຈັນທະລາ ອະດີດນັກສຶກສາ ແລະຜູ້ຕາງໜ້າ ຂະບວນການນັກສຶກສາ ເພື່ອປະຊາທິປະໄຕ 26 ຕຸລາ 1999
ທ່ານອະຣິຍະພອນ ຈັນທະລາ ອະດີດນັກສຶກສາ ແລະຜູ້ຕາງໜ້າ ຂະບວນການນັກສຶກສາ ເພື່ອປະຊາທິປະໄຕ 26 ຕຸລາ 1999

ລິງໂດຍກົງ

ຕໍ່​ມາ​ກໍມີຜູ້ຕາງໜ້າ​ສິດທິ​ມະນຸດ​ຈາກ ປະຊາ​ຄົມ​ຫວຽດນາມ ​ແລະ​ເກົາຫລີ​ໃຕ້ ​ໄດ້​ມາຮ່ວມ ກ່າວສະໜັບສະໜູນ. ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດ ທີ່ສຳຄັນ​ອີກ​ຄົນ​ນຶ່ງ​ນັ້ນ​ກໍ​ຄື ທ່ານ​ນາງ
ດອກ​ເຕີ Sue Gunawardena Vaughn ທີ່​ປຶກສາ ດ້ານ​ສິດທິ​ມະນຸດ ມີ​ຫ້ອງການ​ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ ທ່ານ​ນາງ ​ໄດ້​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມວ່າ :

ທ່ານນາງ ດຣ. Sue Gunawardena Vaughn ນັກເຄຶ່ອນໄຫວ ສິດທິມະນຸດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ
ທ່ານນາງ ດຣ. Sue Gunawardena Vaughn ນັກເຄຶ່ອນໄຫວ ສິດທິມະນຸດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ

“ຄົນ​ລາວ​ ​ແມ່ນ​ຮວມ​ຢູ່​ໃນ​ບັນດາ​ຊົນ​ຊາດ ທີ​່ມີ​ໄມ​ຕີ​ຈິດ ​ເປັນ​ມິດສູງທີ່​ສຸດ ເອື້ອ​ເຟຶ້ອ​ເພື່ອ​ແຜ່​ທີ່​ສຸດ ​ໃຈ​ກວ້າງທີ່​ສຸດ ​ໃຫ້​ການ​ຕ້ອນຮັບ​ອົບ​ອຸ່ນ​ທີ່​ສຸດ ​ແລະ​ດີທີ່​ສຸດ ທີ່​ຂ້າພະ​ເຈົ້າ​ເຄີຍ​ໄດ້​ພົບພໍ້
ມາ ​ແຕ່ວ່າ ​ເປັນ​ເລື່ອງ​ທີ່​ເສົ້າ​ສະ​ລົດ​ໃຈ​ທີ່​ສຸດ ​ເວລາ​ເຮົາຄິດ​ເຖິງ ລັດຖະບານທີ່​ເຂົາ​ເຈົ້າ​ຕ້ອງ​ໄດ້​ຢູ່​ພາຍ​ໃຕ້ການ​ປົກຄອງ​ໃນ​ແຕ່​ລະ​ມື້. ​ເພາະສະ​ນັ້ນ ​ຂ້າພະ​ເຈົ້າ ​ມາ​ທີ່​ນີ້. ຂ້າ​ພະ​ເຈົ້າ​ມາ​ທີ່​ນີ້​ກໍ​ເພາະວ່າ ຂ້າ​ພະ​ເຈົ້າ​ເປັນ​ນັກ​ເຄື່ອນ​ໄຫວເພື່ອສິດທິ​ມະນຸດ ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກມາ​ໄດ້ 20 ປີແລ້ວ ​ ນັບ​ຕັ້ງ​ແຕ່​ໄດ້ເປັນ​ນັກ​ສຶກສາ. ຂ້າພະ​ເຈົ້າ​ເປັນ​ນັກ​ເຄື່ອນ​ໄຫວ​ດ້ານສິດທິ​ມະນຸ​ດ ​ຢູ່ໃນ​ຫລາຍ​ລະດັບ ທັງ​ຢູ່​ໃນ ສະຫະລັດ ​ແລະ​ເອ​ເຊຍ ​ແລະ​ໄດ້ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ບັນດາ​ຊົນ​ເຜົ່າ​ນ້ອຍຕ່າງໆ ຂ້າ​ພະ​ເຈົ້າ​ມີ​ຈຸດ​ອ່ອນ​ຢູ່​ໃນ​ດວງ​ໃຈ ຂອງ​ຂ້າພະ​ເຈົ້າ ສຳລັບ​ພວກ​ທີ່​ຖືກ​ກົດ​ຂີ່. ​ຂ້າພະ​ເຈົ້າ​ມັກ​ເມືອງ​ລາວ​ແທ້ໆ ​ຂ້າພະ​ເຈົ້າໄດ້ເຮັດ​ວຽກ​ຢູ່​ມຽນມາ ຫວຽດນາມ ​ແລະ​ກຳປູ​ເຈຍ ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ທີ່​ສຸດ ​ແຕ່​ວ່າ​ລາວ ຍັງ​ບໍ່ທັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງພຽງພໍ ຈາກປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ທີ່​ຄວນ. ພວກ​ເຮົາ​ມີ​ປາກ​ມີສຽງ ທ່ານ​ນາງ Aung San Suu Kyi ໄດ້​ໃຊ້​ຄຳ​ເວົ້າທີ່​ມີ​ຊື່​ສຽງ ເວລາ​ມຽນມາ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ທະຫານ ນັ້ນ​ວ່າ ຈົ່ງ​ໃຊ້ສິດ​ເສຣີພາບ​ຂອງ​ທ່ານ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ລາວ​ກໍ​ເຊັ່ນ​ດຽວ​ກັນ ທ່ານ​ມີ​ປາກມີ​ສຽງ ພວກ​ເຮົາ​ປະຊາ​ຄົມນາໆ​ຊາດ ກໍມີ​ປາກມີ​ສຽງ ​ແລະ​ພວກ​ເຮົາ​ຕ້ອງການ​ໃຊ້​ປາກສຽງ​ເຫລົ່າ​ນີ້​ໃຫ້​ດັງໆ ເພື່ອ​ພວກ​ທີ່​ມິດ​ງຽບປາກ​ບໍ່​ໄດ້ຢູ່​ໃນ​ລາວ ປັດ​ຈຸ​ບັນ​ນີ້​. ດັ່ງທີ່​ທ່ານ​ໄດ້​ຍິນຢູ່​ໃນ​ກອງ​ປະຊຸມ​ນີ້ ບໍ່​ມີເສລີພາບ​ສຳລັບ ກຸ່ມ​ສັງ ຄົມ​ພົນລະ​ເຮືອນ​ໃນ​ລາວ ​ແລະ​ຂ້າພະ​ເຈົ້າ​ໄດ້​ເນັ້ນ​ໜັກ​ເລື່ອງ​ນີ້.”

ທ່ານ​ນາງ Gunawardena ​ໄດ້​ກ່າວ​ອອກ​ມາ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ ​ແລະ​ໄດ້​ຮັບ​ການ​ຕົບມື
​ສະ​ໜູນ​ສະ​ໜູນ​ຢູ່​ເປັນ​ລະຍະ ທ່ານ​ນາງ ກ່າວວ່າຕື່ມ​ອີກ​ວ່າ :

“ຂ້າພະ​ເຈົ້າ ​ໄດ້​ເຮັດ​ວຽກ​ຢູ່​ຫວຽດນາມ ກຳປູ​ເຈຍ ​ຈີນ ​ມຽນມາ ​ແລະ​ລາວ​ເປັນ​ປະ​ເທດ ທີ່ກົດ​ຂີ່​ຂົ່ມ​ເຫັງ​ທີ່​ສຸດ ​ແລະ​ບໍ່​ມີ​ບ່ອນ​ໃຫ້​ແກ່ກຸ່ມ​ສັງ​ຄົມ​ພົນລະ​ເຮືອນ.ບໍ່​ມີ​ເສລີພາບໃນ​ການ​ລະບາຍ​ອອກ​ ບໍ່​ມີ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ ບໍ່​ມີ​ເສລີ ພາບ​ດ້ານ​ສາ​ດາ​ສະໜາ ບໍ່​ມີ​ຄວາມ​ແຈ້ງ​ຂາວ​ໂປ່​ງ​ໃສ ລັດຖະບານ​ບໍ່​ມີ​ຄວາມ​ຮັບຜິດຊອບ ​ແລະ​ບໍ່​ມີ​ສິດ​ເສລີ​ດ້ານ​ຂ່າວສານ.”

ທ່ານ​ນາງ Dr. Gunawardena ກ່າວ​ຕໍ່​ໄປວ່າ :

“ຖ້າ​ຫາກ​ທ່ານ​ໄດ້​ອ່ານ ຂ່າ​ວສານ Vientiane Times ທີ່​ເປັນ​ໜັງສື​ພິມ​ພາສາ​ອັງກິດ ທີ່​ຂ້າ
ພະ​ເຈົ້າອ່ານ ທ່ານ​ຈະ​ຄິດວ່າ ​ເມືອງ​ລາວ​ເປັນ​ສະຫວັນ​ຊັ້ນ​ຟ້າ ​ແລະ​ມັນ​ກໍ​ແມ່ນ​ແທ້ ​ເປັນ​ປະ​ເທດ​ທີ່​ງົດງາມແທ້ໆ. ​ເຂົາ​ເຈົ້າ​ລາຍ​ງານ​ຜົນເກັບ​ກ່ຽວ​ໄດ້​ເກີນ​ຄວາມ​ຄາດໝາຍ​ຂອງ​ທຸກ​ຄົນ​ເຖິງ 8% ທ່ານ​ເຫັນໃບໜ້າ​ທີ່​ຍີ້ມ​ ແຍ້​ມແຈ່​ມ​ໃສ​ຂອງ​ຄົນ​ລາວ ນັ້ນ​ແມ່ນ​ສິ່ງ​ທີ່​ທ່ານ​ເຫັນ​ຢູ່​ໃນ​ຂ່າວ ​ແລະ​ທ່ານ​ກໍ​ຮູ້​ວ່າ ຂ່າວ​ຖືກ​ຄວບ​ຄຸມ​ເກືອບ​ຮ້ອຍ​ເປີ​ເຊັນ​ໂດຍ ລັດຖ​ະບານ ​ແລະ​ທ່ານ​ກໍ​ຄົງ​ຮູ້​ແລ້ວ ວ່າ ປະ​ເທດ​ທີ່ຖືກ​ຄວບຄຸມ​ຈາກ​ລັດຖ​ະບານ ນັ້ນ​ແມ່ນ​ມີ​ສິ່ງ​ນ້ອຍໆ​ທີ່​ຮ້ອງ​ວ່າ ​ການໂຄສະນາ​ຊວນ​ເຊື່ອ ຊຶ່ງ​ເປັນການ​ໂຄສະນາ​ທີ່​ຮຸນ​ແຮງ ທີ່​ຄົນ​ລາວ​ທຳ​ມະ​ດາ​ສາມັນ​ບໍ່​ໄດ້ຮັບ​ຂ່າວ​ຄາວ​ອັນ​ໃດ​ເລີຍ ​ແລະ​ນັ້ນ​ກໍ​ເປັນ​ເລື່ອງ​ໂສກ​ເສົ້າ​ທີ່​ສຸດ ​ເພາະສະນັ້ນ ​ເຮົາຕ້ອງ
ການ​ຢາກ​ໃຫ້​ອ້າຍໆ​ນ້ອງໆ​ຂອງ​ເຮົາ ຢູ່​ໃນ​ປະ​ເທດ​ໄດ້​ຮູ້ຈັກ​ວ່າ​ມີ​ຫຍັງ​ເກີດ​ຂື້ນ​ແທ້ໆ. ​ລາວ​ເປັນ​ປະ​ເທດ​ທີມີ​ການ​ສໍ້​ລາດ​ບັງ​ຫລວງຫລາຍ​ທີ່​ສຸດ ​ເປັນ​ປະ​ເທດ​ທີ່​ມີ​ການ​ຜະລິດອາຫານ​ໄດ້​ສູງ ​ແລະ​ ຊັບພະ​ຍາກ​ອນ ຢ່າງຫລວງຫລາຍ ​ແຕ່​ເປັນ​ປະ​ເທດ​ທີ່​ບໍ່​ມີ​ຄວາມໝັ້ນຄົງ ທາງ​ດ້ານ​ອາຫານ​ຢູ່​ໃນ​ໂລກ. ຫລາຍ​ກວ່າ 50 ​ເປີ​ເຊັນຂອງ​ເດັກນ້ອຍ​ອາຍຸ​ຕ່ຳກວ່າ​ຫ້າ​ປີ ບໍ່​ໄດ້​ຮັບ​ອາ
ຫານ​ຢ່າງ​ພຽງພໍ ນັ້ນ​ແມ່ນ​ການ​ຝ່າຝືນ​ດ້ານມະນຸດສະທຳ. ອີກ​ສິ່ງ​ນຶ່ງກໍຄື ​ ລາວ​ກຳລັງຈະ​ເປັນ​ປະທານ​ອາ​ຊ່ຽນ​ໃນ​ປີ 2015 ​ສະ​ນັ້ນເຮົາ​ມີ​ໂອກາດ​ທີ່​ດືງ ຄວາມ​ສົນ​ໃຈ​ໄປ​ໃສ່ລາວ ​ລາວຢາກ​ມີ​ບົດບາດໃຫຍ່ຢູ່​ໃນ​ຂົງ​ເຂດ ຊຶ່ງ​ກໍ​ເປັນ​ສິ່ງ​ທີ່ດີ, ດີ​ອີ່ຫລີ ​ແຕ່​ວ່າ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ ອາ​ຊ່ຽນ​ ມີ​ກົນ​ໄກດ້ານສິດທິ​ມະນຸດ ລາວ​ຕ້ອງ​ຮ່ວມ​ໃຊ້​ກົນ​ໄກ​ອັນ​ນັ້ນ ມັນ​ຈະ​ເປັນ​ເລຶ່ອງທີ່​ໜ້າ​ຫົວ ຖ້າ​ຫາກ​ວ່າ ລາວ ບໍ່​ສົ່ງ​ເສີມ​ສິດທິ​ມະນຸດ​ຢູ່​ໃນ​ປະ​ເທດ​ຂອງ​ຕົນ​ເອງ.”

ບັນດາຜູ້ເຂົ້່າຮ່ວມປະຊຸຸມຈາກ ລັດ ເທັກຊັສ
ບັນດາຜູ້ເຂົ້່າຮ່ວມປະຊຸຸມຈາກ ລັດ ເທັກຊັສ

XS
SM
MD
LG