ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈະບໍ່ອະນຸຍາດ ສຳປະທານ ຂຸດຄົ້ນແຮ່ທາດ ແກ່ ບໍລິສັດທັງຫຼາຍ ຈົນກວ່າປີ 2015


ໂຄງກາານຂຸດຄົ້ນແຮ່ທາດໃນເຊໂປນ ແມ່ນນຶ່ງໃນຈຳນວນ 470 ​ໂຄງການທີ່ລັດຖະບານ​ລາວ​ໄດ້​ອະນຸຍາດ​​ໄປ​ແລ້ວນັ້ນ.
ໂຄງກາານຂຸດຄົ້ນແຮ່ທາດໃນເຊໂປນ ແມ່ນນຶ່ງໃນຈຳນວນ 470 ​ໂຄງການທີ່ລັດຖະບານ​ລາວ​ໄດ້​ອະນຸຍາດ​​ໄປ​ແລ້ວນັ້ນ.

ທາງ​ການ​ລາວ​ ຈະ​ບໍ່​ມີ​ການ​ອະນຸຍາດ ​ສຳ​ປະທານ​ທີ່​ດິນ ​ແລະ ​
ການຂຸດ​ຄົ້ນ​ແຮ່​ທາດ ​ໃຫ້​ບັນດາ​ເອກະ​ຊົນ​ລາວ ​ແລະຕ່າງຊາດ​
ຈົນ​ກວ່າ​ການກວດ​ສອບ​ໂຄງການ​ສຳ​ປະ​ທານ​ຕ່າງໆ ຈະ​ແລ້ວ​
ສຳ​ເລັດ​ທັງ​ໝົດ​ໃນ​ປີ 2015.

ທ່ານ​ເພັດ​ສາຄອນ ຫລວງ​ອາ​ໄພ ລັດຖະມົນຕີ​ຊ່ວຍ​ວ່າການ ​ແລະຮອງ​ຫົວໜ້າ​ຫ້ອງວ່າ
ການ​ລັດຖະບານ​ລາວ ​ຖະ​ແຫລ​ງຢືນຢັນ​ວ່າ ລັດຖະບານ​ລາວ ຈະ​ຍັງ​ຄົງ​ສືບ​ຕໍ່​ການ
​ດຳ​ເນີນ​ມາດ​ຕະການ​ກວດກາ​ ບັນດາໂຄງການ​ລົງທຶນ ​ໃນ​ດ້ານ​ການ​ຂຸດ​ຄົ້ນບໍ່​ແຮ່ ​ແລະ
ການ​ປູກ​ພືດ​ອຸດສາຫະກຳ​ຕ່າງໆ ​ເຊັ່ນ ຢາງພາລາ ​ໄມ້​ວິກ ອ້ອຍ ສາລີ ​ແລະ ມັນຕົ້ນ ທີ່​
ລັດຖະບານ​ໄດ້​ອະນຸມັດ​ສຳ​ປະທານ ​ໃຫ້​ແກ່​ບໍລິສັດ​ເອກະ​ຊົນ​ລາວ ​ແລະ ຕ່າງ​ຊາດ​ໄປ​
ແລ້ວນັ້ນ ຈົນ​ກວ່າ​ວ່າການ​ກວດກາ​ຈະ​ແລ້ວ​ສຳ​ເລັດ​ສົມບູນ​ຕາມ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້.

​ໂດຍ​ການ​ກວດກາ​ດັ່ງ​ກ່າວ​ນີ້ ຖື​ເປັນ​ການຈັດຕັ້ງປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 13 ຂອງ
​ນາຍົກລັດຖະມົນຕີ ລົງ​ວັນ​ທີ 11 ມິຖຸນາ 2012 ຊຶ່ງໄດ້​ມອບ​ໝາ​ຍ​ໃຫ້​ກະຊວງ​ການ​ເງິນ
ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ກະຊວງ​ກະສິກຳ​-ປ່າ​ໄມ້ ​ເພື່ອໃຫ້​ຮັບຜິດຊອບ​ຮ່ວມ​ກັນ​
ໃນ​ການ​ກວດກາ​ໂຄງການ​ສຳ​ປະທານ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ
​ປີ 2015.

ຍິ່ງ​ໄປ​ກວ່າ​ນັ້ນ ຄຳ​ສັ່ງ​ດັ່ງກ່າວ​ຂອງ​ນາຍົກລັດຖະມົນຕີລາວ ກໍ​ຍັງ​ໄດ້​ຫ້າມ​ທຸກ​ພາກສ່ວນ
ຂອງ​ລັດຖະບານ ບໍ່​ໃຫ້​ມີ​ການ​ອະນຸຍາດ​ສຳ​ປະທານ​ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ ຫຼື ສຳ​ປະ
ທານ​ທີ່​ດິນ​ເພື່ອ​ປູກ​ພືດ​ຕ່າງໆ ​ເພີ້​ມຂຶ້ນ ​ໃນ​ຕະຫລອດ​ລະຍະ​ຂອງ​ການ​ກວດກາ ກໍ​ຄື​ຈົນ​
ເຖິງ​ທ້າຍ​ປີ 2015 ອີກ​ດ້ວຍ.

ນັບ​ແຕ່​ລັດຖະບານໄດ້​ມີ​ການຈັດ​ສັນ​ແບ່ງ​ດິນ​ແບ່ງ​ປ່າ​ໃຫ້​ພໍ່​ແມ່​ປະຊາຊົນ ​ ໄດ້​ຄຸ້ມ​ຄອງ​ນຳ​ໃຊ້​ນັ້ນ ​ແລະ​ພ້ອມ​ດຽວກັນນັ້ນ ກະ​ຍັງ​ເປັນ​ຊ່ອງ​ວ່າງເກີດ​ມີ​ການ​ຊື້​ສິດ​ນຳ​ໃຊ້​ທີ່​ດິນ​ຈາກ​ປະຊາຊົນ​ ກະລາ​ມ​ໄປ​ຮອດ​ບ່ອນ​ວ່າ​ປ່າ​ສະຫງວນ.
ນັບ​ແຕ່​ລັດຖະບານໄດ້​ມີ​ການຈັດ​ສັນ​ແບ່ງ​ດິນ​ແບ່ງ​ປ່າ​ໃຫ້​ພໍ່​ແມ່​ປະຊາຊົນ ​ ໄດ້​ຄຸ້ມ​ຄອງ​ນຳ​ໃຊ້​ນັ້ນ ​ແລະ​ພ້ອມ​ດຽວກັນນັ້ນ ກະ​ຍັງ​ເປັນ​ຊ່ອງ​ວ່າງເກີດ​ມີ​ການ​ຊື້​ສິດ​ນຳ​ໃຊ້​ທີ່​ດິນ​ຈາກ​ປະຊາຊົນ​ ກະລາ​ມ​ໄປ​ຮອດ​ບ່ອນ​ວ່າ​ປ່າ​ສະຫງວນ.

​ໂດຍ​ໃນ​ປັດຈຸບັນ​ນີ້ ທາງ​ການ​ລາວ​ທັງ​ໃນ​ຂັ້ນສູນ​ກາງ ​ແລະ ລະ
ດັບ​ທ້ອງ​ຖິ່ນ​ໄດ້​ອະນຸຍາດ​ສຳ​ປະທານ​ທີ່​ດິນ ​ໃຫ້​ແກ່​ເອກະ​ຊົນ​ລາວ
​ແລະຕ່າງ​ຊາດ​ໄປ​ແລ້ວ 1,281 ສັນຍາ ຊຶ່ງ​ແບ່ງ​ເປັນ​ການ​ອະນຸ
ຍາດ​ຈາກ​ລະດັບ​ສູນ​ກາງ​ຈຳນວນ 45 ສັນຍາ ​ໃນ​ເນື້ອ​ທີ່ 113,281
​ເຮັກຕາ ສ່ວນ​ຂັ້ນ​ແຂວງ​ອະນຸຍາດ 1,213 ສັນຍາ​ໃນ​ເນື້ອ​ທີ່
158,813 ເຮັກຕາ ​ແລະ ອີກ 23 ສັນຍາ​ເປັນ​ການ​ສຳ​ຫລວດ​ເພື່ອ
​ພິຈາລະນາອອກ​ໃບ​ອະນຸຍາດ ​ໃນ​ເນື້ອ​ທີ່​ກວ້າງ​ກວ່າ 3 ໝື່ນ
​ເຮັກຕາ​ໃນ​ທົ່ວ​ປະ​ເທດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຫ້ອງການ​ສະພາ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າ​
ໃນ​ລະຍະ​ກວ່າ 3 ປີ​ມາ​ນີ້ ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮ້ອງ​ຮຽນ
​ຈາກ​ປະຊາຊົນ​ລາວ​ຈຳນວນຫຼາຍກວ່າ 5,000 ກໍລະນີ ​ຊຶ່ງ​ສ່ວນ​ໃຫຍ່​ເປັນ​ບັນຫາ​ຂັດ​ແຍ້​ງ
ກ່ຽວ​ກັບ​ສິດ​ໃນ​ການ​ຖື​ຄອງ​ທີ່​ດິນ ​ແລະ ທີ່ຢູ່​ອາ​ໄສ​ໂດຍ​ມີ​ທັງ​ຄວາມ​ຂັດ​ແຍ້​ງ ລະຫວ່າງພາກ ປະຊາຊົນ​ດ້ວຍ​ກັນ ຄວາມ​ຂັດ​ແຍ້​ງລະຫວ່າງ​ປະຊາຊົນ​ກັບ​ບໍ​ລິ​ສັດ​ເອກະ​ຊົນ​ລາວ ​ແລະ ບໍລິສັດ​ຕ່າງ​ຊາດ ຕະຫລອດ​ຈົນ​ຂໍ້​ຂັດ​ແຍ້​ງລະຫວ່າງ​ປະຊາຊົນ​ກັບ​ລັດຖະບານ ດັ່ງ​ເຈົ້າໜ້າ​ທີ່​ຂັ້ນສູງ​ປະຈຳຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເລື້​ອງບັນຫາ​ທີ່​ດິນ​ນີ້ ກະ​ຍັງ​ເປັນ​ບັນຫາ​ທີ່​ວ່າມີຄວາມ​ສົນ​ໃຈ ​ແລະ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ສັງຄົມ ​ເວົ້າ​ເຖິງ​ທີ່​ດິນ​ມັນ​ຕ້ອງ​ເວົ້າ​ເຖິງ​ການ​ພົວພັນ​ເຖິງ​ປ່າ ​ແລ້ວ​ກະ​ພົວພັນ​ເຖິງ​ບ່ອນ​ວ່າ ການ​ຈັບຈອງ​ນັບ​ແຕ່​ພວກ​ເຮົາ​ໄດ້​ມີ​ການຈັດ​ສັນ​ແບ່ງ​ດິນ​ແບ່ງ​ປ່າ​ໃຫ້​ພໍ່​ແມ່​ປະຊາຊົນ ​ໄດ້​ຄຸ້ມ​ຄອງ​ນຳ​ໃຊ້​ນັ້ນ ​ແລະ​ພ້ອມ​ດຽວກັນນັ້ນ ບັນຫາ​ດັ່ງກ່າວ​ກະ​ຍັງ​ເປັນ​ຊ່ອງ​ວ່າງເກີດ​ມີ​ການ​ຊື້​ສິດ​ນຳ​ໃຊ້​ທີ່​ດິນ​ຈາກ​ປະຊາຊົນ​ ກະລາ​ມ​ໄປ​ຮອດ​ບ່ອນ​ວ່າ​ປ່າ​ສະຫງວນ.”

ທາງ​ດ້ານ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ​ລັດຖະບານ​ລາວ​ໄດ້​ອະນຸຍາດ
​ໃຫ້​ສຳ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ ໃຫ້​ແກ່​ບໍລິສັດ​ເອກະ​ຊົນ​ລາວ ​ແລະ ຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ ​ໃນ​ພື້ນ​ທີ່​ຂຸດ​ຄົ້ນກວ້າງ​ກົ່ວ 36,300 ກິ​ໂລ​ແມັດ​ມົນທົນ ​ແລະ​ມີ​ມູນ​ຄ່າ​ລົງທຶນ​ລວມ​ເຖິງ 5,900 ລ້ານ​ດອນ​ລາ ຫາກ​ແຕ່ກໍ​ມີຫຼາຍ​ໂຄງການ ທີ່​ອາດ​ຈະ​ຖືກ​ຍົກ​ເລີກ ​ເພາະ​ຜູ້​ລົງທຶນ​ບໍ່​ສາມາດ​ປະຕິບັດ​ໄດ້ ​ຕາມ​ສັນຍາ​ລົງທຶນ ​ໂດຍ​ອິງ​ຕາ​ມການ​ກວດກາ​ທີ່​ຜ່ານ​ມາ​ພົບ​ວ່າ​ມີ​ພຽງ 14 ​ໂຄງການ​ເທົ່າ​ນັ້ນ ທີ່​ປະຕິບັດ​ໄດ້​ຕາມ​ມາດຕະຖານ ​ທີ່​ກຳນົດ​ໄວ້​ໃນ​ສັນຍາ​ລົງທຶນ ສ່ວນ​ທີ່​ເຫຼືອຍັງ​ຈະ​ຕ້ອງ​ປັບປຸງ​ໃຫ້​ໄດ້​ຕາມ​ສັນຍາ​ຢ່າງ​ແທ້​ຈິງ​ຕໍ່​ໄປ.

XS
SM
MD
LG