ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕ່າຍ ດອກເກດ - ເບື່ອກັບຄຳວ່າລໍ ພໍກັບຄຳວ່າເຈັບ


ຕ່າຍ ດອກເກດ
ຕ່າຍ ດອກເກດ
ລິງໂດຍກົງ

ສະບາ​ຍດີ ທ່ານ​ແຟນລາຍການ​ດົນຕີ​ຂອງ​ວີ​ໂອ​ເອທັງຫລາຍ ກ່ອນ​ອື່ນ ຂ້າພະ​ເຈົ້າຫວັງ​ວ່າ​ບັນດາ​ທ່ານ​ຄົງ​ໄດ້ສະຫລອງປີ​ໃໝ່​ກັນ ຢ່າງ​ມ່ວນ​ຊື່ນແລະ​ປອດ​ໄພ​ດີໃນ​ອາທິດ​ທີ່​ຜ່ານ​ມາ.
ບາງ​ທ່ານ​ກໍ​ອາດ​ຈະ​ຍັງ​ບໍ່​ຫາຍ​ອິດ ​ເມື່ອຍ​ຈາກ​ການ​ສະຫລອງ​ກໍ​ໄດ້. ​ແນວ​ໃດ​ກໍ​ຕາມ ຄືນ​ນີ້​ກໍ​ເປັນ​ຄືນ​ວັນ​ອາທິດ ຖ້າ​ບໍ່​ມີ​ບ່ອນ​ໄປ​ອີກ ກໍ​ມາ​ນັ່ງ​ພັກ​ຜ່​ອນສະ​ໝອງ​ກັບ​ລາຍ​ການດົນຕີ​ຂອງ
ວີ​ໂອ​ເອ ຟັງເພງ​ເຢັນໆ​ມ່ວນໆ​ກັນ. ຄືນ​ນີ້ ຂ້າພະ​ເຈົ້າ​ຂໍ​ຈັດ​ເພງ ຕາມ​ຄຳ​ຂໍ​ ​ເພາະວ່າ​ຕິດ​ຄ້າງ​ຢູ່​ສອງ​ສາມ​ທ່ານ ທີ່​ຂຽນ​ມາ​ຂໍ​ຟັງ​ທາງ​ເຟສບຸກຂອງ​ວີ​ໂອ​ເອ. ຄົນທຳ​ອິດ ກໍ​ຄືທ່ານ​ວິລລີ່ ສຣີອຸດົມ ທີ່​ຂໍ​ຟັງ​ເພງ ຟ້າ​ຫລີ​ຈະ​ກັ້ນ ບອກ​ວ່າ ​ຂໍ​ມອບ​ໃຫ້​ຄົນ​ພິ​ເສດ​ຄົນ​ນຶ່ງຢູ່​ລັດ​ເວີ​ຈີ​ເນ​ຍ ທີ່​ຫາ​ກໍ​ໄດ້​ມາ​ພົບ​ພໍ້​ກັນ​ອີກ​ເທື່ອ ຫລັງ​ຈາກ 35 ປີ. ທ່ານ​ວິລລີ່ ບອກ​ວ່າ ຂໍ​ມອບ​ເພງ​ນີ້ ​ໃຫ້​ຄົນ​ພິ​ເສດ​ຄົນ​ນັ້ນ ​ພ້ອມ​ກັບ​ຄອບຄົວ ດ້ວຍຄວາມ​ປາດ​ຖະໜາ​ດີ. ​ເອົາ ​ເຊີນ​ຮັບ​ຟັງ​ໄດ້​ເລີຍ​ເພງ ຟ້າ​ຫລີ​ຈະ​ກັ້ນ ຂັບ​ຮ້ອງ​ໂດຍ ກຸຫລາບ​ເມືອງ​ເພຍ.

ອີກ​ທ່ານ​ນຶ່ງ​ທີ່ຂຽນປະ​ຂໍ້ຄວາມ​ໄວ້ ທາງໜ້າ​ເຟສບຸກຂອງ​ວີ​ໂອ​ເອ-ລາວ ກໍ​ຄື ເຈົ້າຂອງນາມ
Saksy Pby ຂໍ​ຟັງ​ເພງ ມານ​ດາ ຂອງ​ກິ​ວົງ ບອກ​ວ່າ​ເຄີຍ​ໄດ້​ຟັງ​ຈາກ​ວີ​ໂອ​ເອ ຮູ້ສຶກ​ວ່າ​
ມ່ວນ​ດີ​ວ່າ​ຊັ້ນ. ​ເອົາ​ກະ​ຂໍ​ມອບ​ໃຫ້​ເລີ​ຍ ຫວັງ​ວ່າ​ຄົງ​ກຳລັງ​ຟັງ​ຢູ່ ​ແຕ່ເຖິງ​ບໍ່​ໄດ້​ຟັງ​ຕອນ​ນີ້​ກໍ
ເຂົ້າ​ມາ​ຟັງ​ທາງ​ເຟສບຸກ ຫລື​ເວັບ​ໄຊ້ຂອງ​ເຮົາ​ ທີ່ lao.voanews.com ​ຢູ່ໜ້າ​ດົນ​ຕີ ໄດ້​ທຸກ
ເວລາ. ຂໍ​ໂທດ​ດ້ວຍ​ທີ່​ບໍ່​ໄດ້​ຈັດ​ໃຫ້​ອາທິດ​ແລ້ວ​ນີ້ຕາມ​ທີ່​ບອກ ​ເພາະ​ຢາກ​ຈັດ​ມອບ​ເພງ​ອ່ວຍ
ພອນ​ປີ​ໃໝ່​ໃຫ້​ບັນດາ​ທ່ານ​ນັ້ນ​ເອງ. ຂ້າພະ​ເຈົ້າ​ຂໍ​ຖື​ໂອກາດ​ນີ້ ມອບ​ເພງ​ນີ້​ໃຫ້​ບັນດາ​ແມ່
ທຸກໆທ່ານ ລ່ວງ​ໜ້າວັນແມ່ ທີ່ 10 ພຶດສະພາ​ເດືອ​ນໜ້າ​ນີ້ຢູ່​ສະຫະລັດ ຂໍ​ອ່ວຍ​ພອນ Happy
Mother’s Day ​ລ່ວງ​ໜ້າ ແກ່​ທ່ານຍິງທຸກໆ​ທ່ານ ທີ່ເປັນມານດາ.

ລິງໂດຍກົງ

​ເພງ​ສຸດ​ທ້າຍ​ສຳ​ຫລັບ​ຄືນ​ນີ້ ຂໍ​ມອບ​ໃຫ້​ທ່ານ​ຍິງ​ທຸກໆ​ທ່ານ ທີ່​ເບື່ອ​ກັບ​ການລໍຖ້າ​ໃຫ້​ຄົນ​ຮັກ
ມາ​ຂໍ​ແຕ່ງງານ​ ກໍ​ຄື​ເພງ ​ເບື່ອ​ກັບ​ຄຳ​ວ່າ​ລໍ ພໍ​ກັບຄຳ​ວ່າ​ເຈັບ ທີ່​ດັງ​ຫລາຍ​ຢູ່​ລາວ​ເມື່ອ​ປີ​ກາຍ
ນີ້ ​ເປັນ​ຜົນງານ​ຂອງ​ນັກ​ຮ້ອງ​ສາວ ຈາກ ສປປ ລາວ ຕ່າ​ຍ ດອກ​ເກດ ທີ່ກຳລັງ​ມາສະ​ແດງ
ຄອນ​ເສີດ​ຢູ່​ສະຫະລັດ ແລະຢູ່​ວັດ​ລາວ​ເວີ​ຈີ​ເນຍ ມື້ວານ​ນີ້ ​ໃນງານສະຫລອງປີໃໝ່ ແຕ່​ເສຍ
ດາຍ​ທີ່​ຂ້າພະ​ເຈົ້າ​ບໍ່​ໄດ້​ໄປ. ​ຂໍ​ໃຫ້​ປະສົບ​ຄວາມສຳ​ເລັດ​ໃນ​ການ​ມາ​ຢ້ຽມຢາມ​ອາ​ເມຣິກາ. ຂ້າພະ​ເຈົ້າຂໍມອບ​ເພງ​ນີ້​ໃຫ້​ທຸກໆ​ທ່ານທີ່​ກຳ​ລັງຟັງ​ຢູ່ ພິ​ເສດ​ນ້ອງ ວິລາວັນ ທິບ​ພະ​ວົງ​ ຢູ່​ລັດ​ອາ​ລັສກາ ​ແຟນຄລັບ​ວີ​ໂອ​ເອ ທີ່​ບອກ​ວ່າ ມື້ໃດກໍລໍຖ້າ​ເວລາ​ເລີກ​ການ ​ເພື່ອ​ຈະ​ໄດ້​ກັບ​ມາ​ບ້ານ ອ່ານ​ຂ່າວ​ວີ​ໂອ​ເອວ່າ​ຊັ້ນ. ຂອບ​ໃຈ​ນ້ອງ​ຫລາຍ​ໆ ແລະ​ທ່ານ​ຜູ້​ຟັງ​ທຸກ​ທ່ານທີ່​ຕິດຕາມ​ຟັງ​ວີ​ໂອ​ເອ ຂໍ​ໃຫ້​ມ່ວນ​ຊື່ນ​ກັບ​ເພງ​ນີ້ ​ແລະ​ນອນ​ຫລັບ​ຝັນ​ດີ. ລາຕີ​ສະຫ​ວັດ...

XS
SM
MD
LG