ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຢ້ຽມຢາມ ອິນເດຍ (ວີດີໂອ)


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ຈັບມື ກັບ ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ຈັບມື ກັບ ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi

ລັດຖະມົນຕີ ຕ່າງ​ປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ພົບ
​ປະ​ກັບ ລັດຖະມົນ​ຕີ​ການ​ເງິນ​ຂອງອິນ​ເດຍ ທ່ານ Arun Jaitley
​ໃນ​ລະຫວ່າງ​ການ​ຢ້ຽມຢາມອິນ​ເດຍ ທີ່​ແນ່ໃສ່​ຍົກ​ລະດັບ ຄວາມ
ສຳພັນດ້ານ​ເສດຖະກິດ ລະຫວ່າງ ສອງປະ​ເທດປະຊາທິປະ​ໄຕ
ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

ທ່ານ Kerry ​ທີ່​ມີລັດຖະມົນຕີ​ການ​ຄ້າ ທ່ານນາງ Penny
Pritzker ​ຕິດ​ຕາມ​ໄປ​ດ້ວຍນັ້ນ ກຳລັງ​ຢູ່​ໃນນະຄອນ​ຫລວງ
ນິວເດ​ລີ ​ເພື່ອຮຽ​ກຮ້ອງ​ໃຫ້​ ອິ​ນ​ເດຍ ປະລະ​ການ​ຄັດຄ້ານ​ຕໍ່​
ມາດຕະການປະຕິ​ຮູບການ​ຄ້າໂລກ ທີ່​ບັນດາ​ນັກ​ເສດຖະສາດ
ກ່າວ​ວ່າ ຈະ​ກະຕຸກ​ຊຸກຍູ້ເສດຖະກິດຂອງ​ໂລກນັ້ນ.

ວັນ​ພະຫັດ​ມື້​ນີ້ ​ເປັນວັນ​ເສັ້ນ​ຕາຍ​ ສຳ​ຫລັບ​ການ​ຮັບຮອງເອົາ​ ການ​ປະຕິ​ຮູບດັ່ງກ່າວຂອງ
ອົງການ​ຄ້າ​ໂລກ.

​ໃນ​ຕົ້ນ​ອາທິດ​ນີ້ ທ່ານ Kerry ກ່າວ​ວ່າ ຄວາ​ມ​ເຕັມ​ໃຈ​ຂອງອິນ​ເດຍ ທີ່​ຈະ​ສະໜັບສະໜູນ
ລະ​ບົບການ​ຄ້າທີ່​ອິງ​ໃສ່ກົດ​ລະບຽບນັ້ນ ​ແມ່ນຈະ​ດຶງດູດເອົາ ການ​ລົງທຶນຫລາຍ​ຂຶ້ນ ​ຈາກ
ສະຫະລັດ ​ແລະທົ່ວ​ໂລກ.

ອິນ​ເດຍ​ໄດ້ກ່າວ​ວ່າ ຕົນ​ຈະ​ບໍ່​ສະໜັບສະໜູນ​ການ​ປະຕິ​ຮູບ​ການ​ຄ້າ ຖ້າ​ຫາກ​ວ່າ ຕົນ​ບໍ່
​ໄ​ດ້ຮັບ​ສິດ​ໃຫ້​ຊື້​ເຂົ້າ ຈາກພວກ​ຊາວນາ ໃນລາຄາ​ສູງ​ກວ່າ​ຕະຫລາດ​ໄດ້ ​ແລະສະ​ສົມ​ໄວ້ ​ແລ້ວຂາຍ​ໃຫ້​ແກ່​ຄົນ​ທຸກ​ຍາກ ​ໃນ​ລາຄາ​ເກື້ອ​ກຸນ ຈາກ​ລັດ​ຖະບານ.

ກົດລະບຽບ​ຂອງອົງການ​ຄ້າ​ໂລກ (WHO) ລະບຸ​ວ່າ ອາຫານທີ່​ເກັບສະ​ສົມ​ໄວ້ ສາມ​າດ
ຂາຍ​ໄດ້​ໃນ​ລາຄາ​ຕະຫລາດ​ເທົ່າ​ນັ້ນ.

ການ​ຢ້ຽມຢາມ​ຂອງ ທ່ານ Kerry ຍັງ​ຮວມທັງການ​ສົນທະນາ​ກັບ ນາຍົກລັດຖະມົນຕີ ທ່ານ Narendra Modi ຊາວຮິນ​ດູ​ຫົວຊາ​ດນິຍົມ​ ຜູ້​ທີ່​ ວໍ​ຊິງ​ຕັນ​ໄດ້​ຫລີກ​ເວ້ນ​ຈາ​ກການ​ພົວພັນ​ນຳ ຈົນ​ກະ​ທັງບໍ່​ນານມາ​ນີ້ ກ່ອນໜ້າ​ທ່ານ​ໄດ້​ຮັບ​ໄຊຊະນະຢ່າງ​ຖ້ວມ​ລົ້ນ ​ໃນ​ການ​ເລືອກ​ຕັ້ງເມື່ອ​ເດືອນ​ພຶດສະພານັ້ນ.

ນອກຈາກ​ເລື້ອງ​ການ​ຄ້າ​ແລ້ວ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ແລະ​ອິ​ນ​ເດຍ ຍັງ​ວາງແຜນ​ ຈະ
ສົນທະນາກັນກ່ຽວ​ກັບ ການ​ປ່ຽນ​ດິນຂອງ​ຟ້າ​ອາກາດ ບັນຫາດ້ານ​ພະລັງງານ ​ແລະ​ອັນ​ທີ່ ກະຊວງ​ຕ່າງປະ​ເທດສະຫະລັດ ​ເອີ້ນ​ວ່າ ສາຍ​ພົວພັນ​ລະຫວ່າງ​ທີ່​ເຂ້​ມ​ແຂງລະຫວ່າງ​ປະຊາຊົນ​ຕໍ່ປະຊາຊົນ.

US TRADE INDIA VO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG