ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະຕຸລາການ ພົບວ່າ ທ້າວ Fawwaz ມີສ່ວນພົວພັນ ໃນ ການວາງລະເບີດ ປີ 1998


ຮູບແຕ້ມການພິຈາລະນາຄະດີ ຢູ່ໃນສານ ວັນທີ 6 ເດືອນຕຸລາ ປີ 2012 ສະແດງ ໃຫ້ເຫັນ ທະນາຍຄວາມຈຳເລີຍ ແລະທ້າວ Kahlid al-Fawwaz.
ຮູບແຕ້ມການພິຈາລະນາຄະດີ ຢູ່ໃນສານ ວັນທີ 6 ເດືອນຕຸລາ ປີ 2012 ສະແດງ ໃຫ້ເຫັນ ທະນາຍຄວາມຈຳເລີຍ ແລະທ້າວ Kahlid al-Fawwaz.

ຜູ້​ຊາຍຊາ​ອຸ​ດີ ​ອາ​ຣາ​ເບຍ​ ຄົນນຶ່ງ ທີ່ຖືກກ່າວຫາເປັນ​ຜູ້ນຳຂອງ
ກຸ່ມ​ກໍ່​ການ​ຮ້າຍ al-Qaida ໃນຂັ້ນເລີ້ມຕົ້ນ ​ໄດ້​ຖືກ​ຕັດສິນ​ລົງ​
ໂ​ທດ ​ໃນ​ຖານພົວພັນ​ກັບ​ການວາງລ​ະ​ເບີດ ໃສ່ສະຖານ​ທູດສະ
ຫະລັດ 2 ແຫ່ງ ໃນ​ປີ 1998 ທີ່​ອາ​ຟຣິກາ​ຕາ​ເວັນ​ອອກ.

ທ້າວ Kahlid al-Fawwaz ອາຍຸ 52 ປີ ​ໄດ້​ຖືກ​ຕັດສິນ​ວ່າ ມີ
ຄວາມຜິດຢູ່ສີ່​ກະ​ໂທ​ງ​ ໃນຖານສົມຮູ້ຮ່ວມຄິດ ​ໃນ​ວັນ​ພະຫັດ
​ວານ​ນີ້​ ໂດຍຄະນະ​ຄຸ​ລາ​ການ​ທີ່ ນະຄອນ​ນິວຢອກ.

ທ້າວ Al-Fawwaz ບໍ່​ໄດ້​ຖືກ​ກ່າວ​ຫາ​ວ່າ​ໃຫ້ການ​ຊ່ວຍ​ເຫລື​ອ
ໃນການວາງແຜນ ກ່ຽວກັບການວາງ​ລະ​ເບີດ. ​ແຕ່​ແທນ​ທີ່ ບັນ
ດາ​ໄອ​ຍະ​ການ ກ່າວ​ວ່າ ກ່ອນ​ໜ້າການ​ໂຈມ​ຕີ ລາວ​ໄດ້ນຳອອກ​ເຜີ​ຍແຜ່​ຄຳ​ປະກາດ​ສົງ
ຄາມຂອງມື້​ລາງ Osama bin Laden ​ໃຫ້​ແກ່​ສື່​ມວນ​ຊົນ ​ທີ່ນະຄອນຫລວງ​ລອນ​ດອນ.
ເຂົາ​ເຈົ້າກ່າວ​ວ່າ ໃນ​ຕອນ​ຕົ້ນ​ໆ ລາວ​ເປັນຜູ້ບໍລິຫານ​ຄ້າຍເຝິກ​ແອ​ບຂອງກຸ່ມ al-Qai
da ​ແຫ່ງ​ນຶ່ງ ຢູ່​ໃນ​ອັ​ຟກາ​ນິສຖານ ​ແລະ​ເປັນໜ່ວຍປະຕິບັດງານ ​ກໍ່​ການ​ຮ້າຍ​ທີ່ຫລົບລີ້
ຢູ່​ໃນປະ ​ເທດ​ເຄນ​ຢາ.

ບັນດາ ​ທະນາຍທີ່ຕໍ່ສູ້ຄະດີໃຫ້ລາວ ກ່າວ​ວ່າ ລູກ​ຄວາມ​ຂອງ​ເຂົາ​ເຈົ້າ ​ເປັນ​ຄົນ​ທີ່​ບໍ່​ເຫັນ
​ພ້ອມ​ແບບ​ສະຫງົບ ທີ່ມີ​ເປົ້າ​ໝາຍແບບດຽວກັນກັບ bin Laden ​ເພື່ອ ໃຫ້ມີການ​ປະຕິ​
ຮູບ ຢູ່​ໃນຊາ​ອຸ​ດີ ອາ​ຣາ​ເບຍ ​ແຕ່​ວ່າ​ໄດ້​ຄັດ​ຄ້ານ​ຕໍ່​ການທີ່ຜູ້ກ່ຽວ ໄດ້ອຽງໄປສູ່ການໃຊ້
ຄວາມຮຸນແຮງ.

​ການ​ວາງ​ລ​ະ​ເບີດ​ໃນ​ເດືອນສິງຫາ ປີ 1998 ​ໃສ່​ສະຖານທູດ ສະຫະລັດ ​ໃນ​ປະ​ເທດ​ເຄນ​
ຢາ ​ແລະ​ແທນ​ຊາ​ເນຍ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 224 ຄົນ.

ທ້າວ Al-Fawwaz ​ໄດ້​ຖືກ​ຈັບ ​ຢູ່​ທີ່ນະຄອນ​ລອນ​ດອນ ​ໃນ​ປີ 1998 ​ແລະ​ຖືກ​ສົ່ງ​ມາໃຫ້
ສະຫະລັດ​ໃນ​ປີ 2002. ລາວມີໝາຍ​ກຳນົດທີ່​ຈະ​ຖືກ​ດຳ​ເນີນ​ຄະດີ​ ກັບ ຈຳເລີຍຮ່ວມ
ທ້າວ Abu Anas al-Libi ​ແຕ່​ວ່າ ທ້າວ al-Libi ​ໄດ້​ເສຍ​ຊີວິດ​ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກໄດ້ເຈັບ​ປ່ວຍ​ມາ​ເປັ​ນ​ເວລາດົນ​ນານແລ້ວ.

ທ້າວ Al-Fawwaz ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ລົງ​ໂທດໜັກສຸດ ຄືຕິດຄຸກຕະຫຼອດ​ ຊີ​ວິດ.

US EMBASSY BOMBINGS VERDICT VO
please wait

No media source currently available

0:00 0:00:40 0:00

XS
SM
MD
LG