ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຣັດ​ເຊຍ ສູງ​ຂຶ້ນ​ຍ້ອນ​ສົງ​ຄາມ ຢູ​ເຄ​ຣນ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ດ້ານ​ດິນ​ແດນຫຼາຍ​ທົດ​ສະ​ວັດ


ໃນ​ພາບ​ທີ່ບໍ່​ບອກມື້​, ປືນ​ໃຫຍ່​ຈາກ​ລົດ​ຖັງ​ຕັ້ງ​ຢູ່​ພື້ນ​ດິນ ຢູ່​ຕໍ່​ໜ້າ​ເຮືອນ​ຕະ​ກຽງ​ໃກ້​ກັບ​ເກາະ ຢູນ​ໂນ-ຄູ​ຣິ​ລ​ສ ໃນ​ເກາະ ຄູ​ນາ​ຊີ​ຣິ, ນຶ່ງ​ໃນ​ໝູ່​ເກາະ ຄູ​ຣິ​ລ໌, ທີ່​ຮູ້​ຈັກ​ກັນ​ດັ່ງ​ກັບ​ເຂດ​ແດນ​ພາກ​ເໜືອ​ໃນ ຍີ່​ປຸ່ນ.
ໃນ​ພາບ​ທີ່ບໍ່​ບອກມື້​, ປືນ​ໃຫຍ່​ຈາກ​ລົດ​ຖັງ​ຕັ້ງ​ຢູ່​ພື້ນ​ດິນ ຢູ່​ຕໍ່​ໜ້າ​ເຮືອນ​ຕະ​ກຽງ​ໃກ້​ກັບ​ເກາະ ຢູນ​ໂນ-ຄູ​ຣິ​ລ​ສ ໃນ​ເກາະ ຄູ​ນາ​ຊີ​ຣິ, ນຶ່ງ​ໃນ​ໝູ່​ເກາະ ຄູ​ຣິ​ລ໌, ທີ່​ຮູ້​ຈັກ​ກັນ​ດັ່ງ​ກັບ​ເຂດ​ແດນ​ພາກ​ເໜືອ​ໃນ ຍີ່​ປຸ່ນ.

ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຣັດ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະ​ສູງ​ຂຶ້ນ​ທ່າມ​ກາງ​ສົງ​ຄາມ ຢູ​ເຄ​ຣນ ທີ່​ກຳ​ລັງ​ດຳ​ເນີນ​ຢູ່, ດ້ວຍ​ຄວາມ​ຂັດ​ແຍ້ງ​ດ້ານ​ດິນ​ແດນ​ທີ່​ແກ່​ຍາວ​ມາຫຼາຍ​ທົດ​ສະ​ວັດ ທີ່​ບໍ່​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ຂອງ​ການ​ບັນ​ເທົາ​ລົງເລີຍ.

ວັງ ເຄ​ຣັມ​ລິນ ເມື່ອບໍ່​ດົນ​ມານີ້​ໄດ້​ຫ້າມ​ກຳ​ປັ່ນ​ທີ່ບໍ່​ແມ່ນ​ຂອງ ຣັດ​ເຊຍ ເຂົ້າ​ໃກ້​ໝູ່​ເກາະ ຄູ​ຣິ​ລ໌ ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ໃນ ຍີ່​ປຸ່ນ ດັ່ງ​ກັບ​ເຂດ​ແດນ​ພາກ​ເໜືອ, ທີ່​ປັດ​ຈຸ​ບັນ​ນີ້​ ຖືກ​ຄອບ​ຄອງ​ໂດຍ ຣັດ​ເຊຍ ແຕ່​ຖືກ​ອ້າງ​ກຳ​ມະ​ສິດ​ເອົາ​ໂດຍ ຍີ່​ປຸ່ນ. ໂຕກຽວ ພິ​ຈາ​ລະ​ນາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຂົ່ມ​ຂູ່ຫຼາຍ​ຄັ້ງ​ໂດຍ ມົ​ສ​ກູ ຫຼັງ​ຈາກ​ການ​ເປັນ​ພັນ​ທະ​ມິດ​ດ້ານ​ຄວາມ​ປອດ​ໄພ​ຄັ້ງຫຼ້າ​ສຸດ ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຍີ່​ປຸ່ນ.

ມັນ​ຈະ​ມີ​ການ​ແກ້​ແຄ້ນ​ຕໍ່​ໄປ ​ຈາກ ມົ​ສ​ກູ ຕໍ່ ຍີ່​ປຸ່ນ, ອີງ​ຕາມ​ທ່ານ ເຈມ​ສ໌ ດີ​ເຈ ບ​ຣາວ​ນ໌, ອາ​ຈານ​ສອນ​ລັດ​ຖະ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເທັມ​ໂປ ຂອງ ຍີ່​ປຸ່ນ.

ທ່ານ​ ບ​ຣາວ​ນ໌ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ລະ​ບອບ​ການ​ປົກ​ຄອງ​ທ່ານ ປູ​ຕິນ ຮູ້​ສຶກ ວ່າ​ ມີ​ພັນ​ທະ​ທີ່​ຈະ​ແກ້​ແຄ້ນ​ຕໍ່​ສິ່ງ​ທີ່​ພວກ​ເຂົາ​ພິ​ຈາ​ລະ​ນາ​ດັ່ງ​ກັບ​ການ​ກະ​ທຳ ​ທີ່ບໍ່​ເປັນ​ມິດ​ໂດຍ ຍີ່​ປຸ່ນ. ທຸກ​ຄັ້ງ​ທີ່ ໂຕກຽວ ເຮັດ​ບາງ​ສິ່ງ​ເພີ່ມ​ເຕີມ​ເພື່ອ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ຫຼື ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ທາງ​ທະ​ຫານ​ກັບ ສະ​ຫະ​ລັດ, ມົ​ສ​ກູ ຈະ​ໃຊ້​ມາດ​ຕະ​ການ​ບາງ​ຢ່າງ​ເພື່ອ​ລົງ​ໂທດ ຍີ່​ປຸ່ນ.”

ທ່ານ​ໄດ້​ກ່າວ​ວ່າ​ໃນ​ຂະ​ນະ​ທີ່ ຍີ່​ປຸ່ນ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະ​ນຳ​ສະ​ເໜີ​ມາດ​ຕະ​ການ​ລົງ​ໂທດ​ເພີ່ມ​ເຕີມ ​ເພື່ອສະ​ໜັບ​ສະ​ໜູນ ກີ​ຢິບ ນັ້ນ, ການ​ແກ້​ແຄ້ນຂອງ ມົ​ສ​ກູ ແມ່ນ “ຖືກ​ຮັບ​ປະ​ກັນ​ວ່າ​ ຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ.”

ມາດ​ຕະ​ການ​ແກ້​ແຄ້ນ​ຕ່າງໆ​ບໍ່​ພຽງ​ແຕ່​ແນ​ເປົ້າ​ໃສ່ ໂຕ​ກຽວ ເທົ່າ​ນັ້ນ. ຜູ້​ຊາຍ ຣັດ​ເຊຍ ຄົນ​ນຶ່ງ​ທີ່​ອາ​ໄສ​ຢູ່​ໃນ​ໝູ່​ເກາະ ຄູ​ຣິ​ລ໌ ໄດ້​ຖືກ​ເຕືອນ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ໂດຍ​ ສານຂອງຣັດ​ເຊຍ ກ່ຽວ​ກັບ ຄຳ​ເວົ້າ​ຂອງ​ລາວ​ ຕໍ່​ສື່ມວນ​ຊົນ ຍີ່​ປຸ່ນ​ ທີ່​ວ່າ​ ເຂດ​ແດນ​ດັ່ງ​ກ່າວ ​ເປັນ​ຂອງ ຍີ່​ປຸ່ນ ໃນ​ເມື່ອກ່ອນ.

ໃນ​ຕົ້ນ​ປີນີ້, ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ກ່າວ​ວ່າ​ທ່ານ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໝູ່​ເກາະ ຄູ​ຣິ​ລ໌, ໂດຍ​ສ້າງ​ຄວາມ​ຫວັງ​ເພີ່ມ​ເຕີມ​ສຳ​ລັບ​ການ​ເຈ​ລະ​ຈາ ກ່ຽວ​ກັບ ອຳ​ນາດ​ອະ​ທິ​ປະ​ໄຕ​ທີ່​ທັງ​ສອງ​ປະ​ເທດ​ໄດ້​ພະ​ຍາ​ຍາ​ມ ມາຫຼາຍ​ທົດ​ສະ​ວັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG