ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈາກາຕາ ຈະກໍ່ສ້າງ ລະບົບທາງລົດໄຟ ຂະໜາດໃຫຍ່ ເພື່ອແກ້ໄຂ ການຈະລາຈອນຕິດຂັດ


Jakarta Sees End to Gridlock Woes in the Future
please wait

No media source currently available

0:00 0:02:37 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ນະຄອນຫຼວງ​ຈາ​ກາ​ຕາ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ເປັນ​ໂຕ​ຢ່າງ​ທີ່​
ສຳຄັນ​ອັນ​ນຶ່ງ​ ມາ​ເປັນ​ເວລາ​ດົນ​ນານ ຂອງມະຫາ​ນະຄອນທີ່
ຂະຫຍາຍ ກວ້າງ​ອອກ​ໄປ​ເລື້ອຍໆ ​ແລະບໍ່​ສາມາດ​ຍັບ​ຍັ້ງ ຫລື
​ອູ້ມຊູການ​ເຕີບ​ໂຕຂອງ​ຕົນ​ໄດ້. ​ແຕ່​ນາຍ Brian Padden ຜູ້​ສື່​
ຂ່າວວີ​ໂອ​ເອ ລາຍ​ງານວ່າ ຫຼັງ​ຈາກ​ໄດ້​ຊັກ​ຊ້າ​ມາ​ເປັນ​ເວລາ​ຫຼາຍ​
ປີ ບັດ​ນີ້​ ຈາ​ກາ​ຕາ​ກຳລັງ​ທຳ​ການ​ເຄື່ອນ​ໄຫວ ​ເພື່ອ​ແກ້​ໄຂອັນ​ທີ່
ບາງທີ​ອາດ​ຈະ​ເປັນບັນຫາ​ອັນ​ຮີບ​ດ່ວນ​ທີ່​ສຸດຂອງ​ຕົນ ​ກໍ​ຄື ການ
​ຈະລາຈອນ​ທີ່​ຄັບ​ຄັ່ງ ຊຶ່ງ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ໄດ້​ຖືກ​ລະບຸ​ວ່າ​
ຄັບ​ຄັ່ງ​ທີ່​ສຸດຂອງ​ໂລກ. ສິງ​ຈະ​ນຳ​ເອົາ​ລາຍ​ງານ​ເລື້ອງ​ນີ້​ຈາກ
​ຜູ້​ສື່​ຂ່າວ​ວີ​ໂອ​ເອ ມາສະ​ເນີ​ທ່ານ​.

ການ​ຈະລາຈອນ​ຕິດ​ຂັດ ​ທີ່ເຮັດ​ໃຫ້ການ​ສັນຈອນ​ໄປມາ​ຢູ່​ໃນ
​ນະຄອນຫຼວງ​ຈາ​ກາ​ຕາ ຕົກຢູ່​ໃນ​ສະພາບ​ເປ້ຍ​ລ່ອຍເກືອບ
ຕະຫລອດເວລາ​ນັ້ນ ກຳລັງຮ້າຍແຮງ​ຂຶ້ນ​ກວ່າ​ເກົ່າ. ​ຍ້ອນຈຳ
ນວນ​ພົນລະ​ເມືອງ​ເກືອບ 30 ລ້ານ​ຄົນ ແລະເພີ້​ມຂຶ້ນນັບ​ມື້​ນັ້ນ ​
ມີ​ຍວດ​ຍານພາຫະນະເພີ້​ມຂຶ້ນ​ຫຼາຍ​ກວ່າ 1 ພັນ​ຄັນ ​ເຂົ້າ​ໄປ
​ອັ່ງ​ອໍຕາມ​ຖະໜົນ​ຫົນທາງ​ໃນ​ແຕ່ລະ​ມື້ ​ເຮັດ​ໃຫ້​ບັນດາ​ຜູ້ທຽວ
ທາງ​ໄປ​ລ້າ​ໄປ​ການ ​ເຊັ່ນ​ນາງ Mira Aryas ມີຄວາມ​ເຫຼືອ​ອົກ​ເຫຼືອ​ໃຈ.

ນາງ Mira Aryas ກ່າວ​ວ່າ “ຖ້າ​ຂ້ອ​ເດີນທາງ ​ໄລຍະ​ທາງທີ່​ຄວນ ຈະ​ໃຊ້​ເວລາ
​ພຽງ​ບໍ່​ເທົ່າ​ໃດ​ນາທີ ຖ້າ​ການ​ຈະລາຈອນ​ຕິດ​ຂັດ
ຕາມ​ທາງ ທີ່ຈະ​ໄປ​ການ ມັນ​ກໍ
ຈະ​ໃຊ້​ເວລາ​ປະມານ 2 ຊົ່ວ​ໂມງ​ຈຶ່ງ​ໄປ​ຮອດ.”

​ແຕ່ເວລາ​ນີ້ ກຳລັງມີ​ການ​ດຳ​ເນີນວຽກ​ງານ ​ກ່ຽວ​ກັບ​ລະ​ບົບຂົນ​ສົ່ງມວນ​ຊົນ​ທາງ​ລົດ​ໄຟ
ຂະໜາດໃຫຍ່​ ທີ່ອາດ​ສາມາດ​ຊ່ອຍ​ລົດ​ຜ່ອນ ​ການ​ຈະລາຈອນ​ຕິດ​ຂັດ​ໄດ້.

ການ​ກໍ່ສ້າງ​ລະບົບ​ດັ່ງກ່າວ​ໄດ້​ຊັກ​ຊ້າ​ມາ 5 ປີ​ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ພາກັນ​ທຳ
​ງານ ເພື່ອ​ເກ້​ຍກ່ອມ​ໃຫ້​ພວກ​ເຈົ້າ​ຂອງ​ທີ່ດິນ ​ແລະ​ທຸລະ​ກິດ ​ຍອມ​ເສຍ​ສະລະ​ໃນ​ໄລຍະ​
ສັ້ນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ການ​ຈະລາຈອນ​ຕິດ​ຂັດ ຍິ່ງ​ຂຶ້ນ​ໄປ​ອີກ.

ທ່ານ Dono Boestami ປະທານ​ ​ MRT Jakarta ຊຶ່ງ​ເປັນ​ບໍລິສັດ​ທີ່​ນະຄອນ​ຈາ​ກາ​
ຕາເປັນ​ເຈົ້າຂອງ ແລະ​ຮັບຜິດຊອບ​ການ​ກໍ່ສ້າງລະບົບ​ລົດ​ໄຟ​ຂົນ​ສົ່ງ​ມວນ​ຊົນນັ້ນ ກ່າວ
​ວ່າ ມັນ​ເປັນ​ທາງ​ເລືອກ​ອັນ​ດຽວ​ເທົ່າ​ນັ້ນ​ຂອງ​ເມືອງ.

ທ່ານ Dono Boestami ປະທານ​ບໍລິສັດ​ MRT Jakarta ກ່າວ​ວ່າ​ແນວ​ຄິດ
ທົ່ວ​ໄປ​ກໍ​ແມ່ນ​ວ່າ
ຖ້າ​ບໍ່​ມີ​ປະ​ໂຫຍ​ດສຳ​ຫລັບ​ຂ້ອຍ​ແລ້ວ ຂ້ອຍ​ຈະ​ເຮັດ​ໄປ​ເຮັດ
ຫຍັງ​ ​ແມ່ນ
ບໍ່? ແນວຄິດອັນນີ້ ພວກເຮົາຈະຕ້ອງປ່ຽນແປງ. ​ເລື້ອງນີ້ ມັນບໍ່
ແມ່ນ
ການຕັດສິນໃຈທີ່ວ່າ ພວກເຮົາຄວນຈະເຮັດ ຫຼືບໍ? ​ເພາະວ່າ ​ເຮົາບໍ່ມີ
ທາງເລືອກ.”

ຂັ້ນຕອນທຳ​ອິດຂອງໂຄງການນີ້ ແມ່ນທາງ​ລົດ​ໄຟໄລຍະທາງ 16 ຫຼັກກິໂລແມັດ ແລ່ນ
ຈາກທິດໃຕ້ໄປຫາທິດເໜືອ ຊຶ່ງຈະມີສະຖານີລົດໄຟ 13 ແຫ່ງ ຊຶ່ງບາງສະຖານີຈະຢູ່ໃຕ້
ດິນ ແລະບາງສະຖານີຈະ​ຍົກ ລະດັບສູງ​ກ່ວາໜ້າດິນ. ນະຄອນຫຼວງຈາກາຕາ ໄດ້ຮັບ
ເງິນກູ້ຢືມ ຈຳນວນ 1500 ລ້ານດອລລ່າຈາກຍີ່ປຸ່ນ ສຳຫລັບຂັ້ນ​ຕອນ​ນີ້​ຂອງໂຄງການ
ຊຶ່ງ​ມີກຳໜົດຈະສ້າງ​ແລ້ວ ພາຍໃນປີ 2018. ສຳຫລັບຂັ້ນຕອນ​ທີສອງ ​ແມ່ນ​ຈະ​ແລ່ນ
ຂຶ້ນເໜືອຕໍ່ໄປອີກ ຊຶ່ງຈະສິ້ນເປືອງຄ່າກໍ່ສ້າງຕື່ມອີກ 1500 ລ້ານ​ດອລ​ລ່າ ​ແລະແຜນ
ການ​ທີ່​ຈະ​ສ້າງ​ທາງ​ລົດ​ໄຟ ໄລຍະ​ຍາວ 87 ຫຼັກ​ກິ​ໂລ​ແມັດ ທີ່​ແລ່ນ​ຈາກ​ພາກ​ຕາ​ເວັນ
​ອອກ​ຫາ​ພາກ​ຕາ​ເວັນ​ຕົກ ກຳລັງ​ຢູ່​ໃນ​ຂັ້ນ​ສຶກສາ​ຢູ່​ ໃນ​ເວລາ​ນີ້. ເຖິງ​ແມ່ນ​ວ່າ ​ແນ່ນອນ
ການ​ກໍ່ສ້າງ​ທາງ​ລົດ​ໄຟ​ນີ້ ຈະ​ຍິ່ງເຮັດ​ໃຫ້ການ​ຈະລາຈອນ ​ຕິດ​ຂັດ​ຂຶ້ນ​ໄປ​ອີກກໍ​ຕາມ
ແຕ່ພວກ​ຊາວ​ເມືອງ​ຫຼາຍ​ຄົນ ​ເຊັ່ນ​ນາງ Niken Budi Asuti ກໍມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ
​ຫຼາຍ​ຂຶ້ນ​ ກ່ຽວ​ກັບ​ອະນາຄົດ​ຂອງ​ເມືອງ.

ນາງ Asuti ກ່າວ​ວ່າ “ຂ້ອຍ​ເຊື່ອ​ໃນ​ລັດຖະບານ​ຂອງ​ຂ້ອຍ. ຂ້ອຍ​ເຊື່ອ​ວ່າ
​ເຂົາ​ເຈົ້າ​ໃຊ້​ເງິນ​ພາສີ​ທີ່​ເກັບ​ໄປ ​ເພື່ອ​ເຮັດ​ໃຫ້​ພວກ​ຊາວ​ເມືອງ
ມີ​ຊີວິດ​ທີ່​ດີ
​ຂຶ້ນ ​ໃນ​ນຄອນ​ຫຼວງ​ຈາ​ກາ​ຕາ
. ​ແມ່ນ​ແລ້ວ ​ຂ້ອຍເຊື່ອ​ໃນ​ເລື້ອງ​ນີ້.”

ທ່ານ Sofjan Wanandi ທີ່​ປຶກສາ​ປະຈຳ​ຮອງ​ປະທານາທິບໍດີ Jusuf Kalla ​ແຫ່ງ​ອິນ
ໂດເນ​ເຊຍ ຫວັງ​ວ່າ ​ໂຄງການ​ສ້າງ​ໂຄງລ່າງ​ພື້ນຖານທີ່ສຳຄັນ ສາມາດ​ເປັນ​ແຮງ​ກະ​ຕຸ້ນ
ແລະ​ຊຸກຍູ້ຄວາມ​ພະຍາຍາມ​ອື່ນໆ ​ໃນ​ການ​ພັດທະນາ​ແລະ​ການ​ປັບປຸງ​ປະ​ເທດ​ໃຫ້​ທັນ
​ສະ​ໄໝ​.

ທ່ານ Sofjan Wanadi ກ່າວ​ວ່າ “​ເວລາ​ໃດ​ເຮົາ​ເຮັດ​ໂຄງການດີໆ​ແລະ​ໃຫຍ່ໆ ​
ເຊັ່ນ​ໃນ​ອິນ​ເດຍ ​ເວລາ​ເຂົາ​ເຈົ້າ​ໄຂ​ສະໜາມ​ບິນ
​ໃໝ່​ ຄວາມ​ໝັ້ນ​ໃຈ​ກໍຈະ​ກັບ​ຄືນ
​ມາ. ພວກ​ເຮົາ​ຈະ​ຕ້ອງ
ກຳກັບ​ເບິ່ງນຳ​ນັ້ນ ວ່າ ລັດຖະບານເລັ່ງມື​ຂຶ້ນ​ໃນເລື້ອງ​ນີ້​
ແລະໃນ
ທຸກ​ສິ່ງ​ທຸກ​ຢ່າງ ​ແລະ​ແນວ​ຄິດ​ຂອງ​ລະ​ບົບ​ເຈົ້າ​ຂຸນ​ມູນ​ນາຍ​ ກໍ​ຈະ​ຕ້ອງ
​ປ່ຽນ​ແປງ​ເຊັ່ນ​ກັນ.

ເຖິງ​ແມ່ນ​ວ່າ ພວກ​ຊາວນະຄອນຫຼວງ​ຈາ​ກາ​ຕາ ຈະ​ຕິດ​ຄາຢູ່​ໃນ​ການ​ຈະລາຈອນ​ຄັບ
​ຄັ່ງ ​ໃນໄລຍະ​ສັ້ນນັ້ນກໍຕາມ ​ແຕ່​ໂຄງການ​ລົດ​ໄຟຂົນ​ສົ່ງ​ມວນ​ຊົນອັນ​ໃໝ່​ນີ້ ກໍ​ອາດ​ຈະ
ສາມາ​ດນຳພານະຄອນຫຼວງ ​ໄປ​ສູ່​ທິດ​ທາງແຫ່ງອະນາ​ຄົດ​ ທີ່​ຍືນ​ຍົງ​ຫຼາຍ​ຂຶ້ນ.

XS
SM
MD
LG