ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລຈະບໍ່ຍຸດຕິ ການໂຈມຕີ ຈົນກ່ວາຈະທຳລາຍ ອຸບໂມງທັງໝົດ (ວີດີໂອ/ສະໄລດ໌)


ISRAEL PALESTINIANS VOSOTVO
please wait

No media source currently available

0:00 0:01:05 0:00

ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu
ກ່າວ​ວ່າ ກຳລັງ​ຂອງ​ປະ​ເທດ​ຂອງ​ທ່ານ ຈະ​ທຳລາຍ​ຕາ​ໜ່າງອຸບ
​ໂມງ​ໃຕ້​ດິນ ທີ່​ພວກ​ຫົວ​ຕໍ່ສູ້​ຮາ​ມັສ ສ້າງ​ຂາມ​ຊາຍ​ແດນ​ມາ​ນັ້ນ ​
ເຖິງ​ແມ່ນ​ຈະ​ມີ​ຫລື​ບໍ່​ມີ ​ການ​ຢຸດ​ຍິງ​ກໍ​ຕາມ.

​ແລະທ່ານ Netanyahu ​ໄດ້​ຖະ​ແຫລ​ງ​ ຢູ່​ໃນ​ກອງ​ປະຊຸມ​ຄະນະ​
ລັດຖະບານ ​ໃນ​ວັນ​ພະຫັດ​ມື້​ນີ້ ວ່າທ່ານ​ຈະ​ບໍ່​ຍອມຮັບ​ເອົາຂໍ້​ຕົກ
ລົງ​ໃດໆ ທີ່​ຈະ​ຂັດຂວາງ​ອິສ ຣາ​ແອ​ລ ບໍ່​ໃຫ້​ເຮັດ​ສຳ​ເລັດ​ໃນ​ສິ່ງ​ທີ່​
ຕົນ​ໄດ້​ກ່າວ​ວ່າ ​ເປັນ​ຈຸດ​ສຸມ​ຫລັກ​ຂອງ​ການ​ປະຕິບັດ​ງານ​ຂອງ
​ຕົນ​ໃນ​ເຂດ​ກາ​ຊາ​ນັ້ນ.

​ເຈົ້າ​ໜ້າ​ທີ່​ດ້ານ​ການ​ປ້ອງ​ກັນ​ທ່ານ​ນຶ່ງ​ຂອງ​ອິສຣາ​ແອ​ລ​ ໄດ້ກ່າວ​ເມື່ອ​ວັນພຸດວານ​ນີ້​ວ່າຍັງ​ອີກ​ບໍ່​ເທົ່າ​ໃດ​ມື້ ກຳລັງ​ຂອງ​ອິສຣາ​ແອ​ລກໍ​ຈະ​ທຳລາຍ​ອຸບ​ໂມງ​ ​ທີ່​ພວກ​ຮາ​ມັສນຳ​ໃຊ້​ນັ້ນ ​ໄດ້​ໝົດ​ແລ້ວ.

ພ້ອມ​ດຽວ​ກັນ​ນີ້ ກອງທັບອິສຣາ​ແອ​ລ ​ໄດ້​ເອີ້ນ​ທະຫານ​ສຳລອງຫລາຍ​ເຖິງ 16,000 ຄົນ ​ເຂົ້າ​ມາຊ່ວຍ​ປະຕິບັດ​ງານ​ທາງ​ທະຫານ ຕ້ານ ກຸ່ມ Hamas ຢູ່​ໃນ​ເຂດ​ກາຊາ ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 24 ມື້ ​ໃນ​ວັນ​ພະຫັດ​ມື້​ນີ້ ພ້ອມ​ກັບ​ການເພີ້​ມທະວີ​ຂຶ້ນ ​ໃນ​ການໂຈມ​ຕີ​ທາງ​ອາກາດ ​ແລະ​ຍິງ​ຖະຫລົ່​ມຈາກລົດ​ຖັງ.

ອິສຣາ​ແອ​ລ​ໄດ້​ເປີດ​ສາກ​ທຳການ​ບຸກ​ໂຈມ​ຕີ​ ​ເມື່ອວັນ​ທີ 8 ​ເດືອນ​ກໍລະກົດ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ຍິງ​ຈະ​ຫລວດ​ມາ​ໃສ່​ຕົນ ຈາກ​ເຂດ​ກາຊາ​ຂອງ​ພວກ​ຮາ​ມັສ. ນັບ​ແຕ່​ມື້​ນັ້ນ​ມາ ການ​ຕໍ່ສູ້​ກັນ​ໄດ້​ເຮັດ​ໃຫ້​ຫລາຍ​ກ່ວາ 13​00 ຄົນ​ເສຍ​ຊີວິດ ​ໃນ​ດິນ​ແດນ​ຂອງ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ ​ແລະ​ທະຫານ​ອິສຣາ​ແອ​ລ 56 ​ຄົນ​ກໍ​ໄດ້​ເສຍ​ຊີວິດ.

ອິສຣາ​ແອ​ລ ​ໄດ້​ສົ່ງ​ຄະນະທູດ​ພິ​ເສດ​ໄປ ອີຈິບ ​ເພື່ອ​ສົນທະນາເລື້ອງການ​ຢຸດ​ຍິງ​ທີ່​ອາດ​ເປັນ​ໄປ​ໄດ້. ​ເທົ່າ​ທີ່​ຜ່ານ​ມາ ຄວາມ​ພະຍາ​ຍາມ​ຂອງນາໆ​ຊາດ​ເພື່ອ​ຍຸດຕິ ການ​ສູ້​ລົບ​ນັ້ນ​ບໍ່​ເປັນ​ທີ່​ສຳ​ເລັດ ຮວມ​ທັງ​ແຜນການ​ກ່ອນ​ໜ້າ​ນີ້​ຂອງອີ​ຈິບ ທີ່​ບໍ່​ ໄດ້​ຖືກ​ນຳ​ມາ​ຈັດ​ຕັ້ງ​ປະຕິບັດ.

​ໃນ​ຂະນະ​ທີ່ຄວາມ​ຮຸນ​ແຮງ​ສືບ​ ຕໍ່​ມາໃນ​ວັນ​ພະຫັດ​ມື້​ນີ້ ສະຫະ​ປະຊາ​ຊາດ​ລາຍ​ງານ​ວ່າ ຊາວ​ປາ​ແລ​ສ​ໄຕ​ນ໌ຕື່ມ​ອີກ 15,000 ຄົນ​ກຳລັງ​ຊອກ​ຫາ​ບ່ອນ​ລີ້​ໄພ​ ຢູ່ໃນ​ເຂດ​ກາຊາ ຊຶ່ງ​ເປັນ​ການ​ເພີ້​ມຈຳນວນ​ທັງ​ໝົດຂຶ້ນ​ເປັນ​ 220,000 ຄົນ ຊຶ່ງແມ່ນ ປະມານ ສີ່​ເທົ່າ ຂອງ​ຈຳນວນ​ທີ່ ສະຫະ​ປະຊາ​ຊາດ ​ໄດ້ຄາດ​ຄະ​ເນໄວ້​ຈາກ​ວິ​ກິດ​ການນີ້.

Gazans in Shelled School Sought Shelter
please wait

No media source currently available

0:00 0:01:54 0:00

XS
SM
MD
LG