ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຮັກເກີ້ ຂອງ ລັດອິສລາມ ທີ່ເປັນຊາວອັງກິດ ຖືກຂ້າຕາຍ ຢູ່ຊີເຣຍ


ສະມາຊິກຂອງກຸ່ມລັດອິສລາມ ທ້າວ Junaid Hussain.
ສະມາຊິກຂອງກຸ່ມລັດອິສລາມ ທ້າວ Junaid Hussain.

ຫົວໜ້າແຮັກເກີ້ ແລະເກັບເກນພະນັກງານ ທາງອິນເຕີແນັດ ທີ່
ປາກພາສາອັງກິດຂອງກຸ່ມລັດອິສລາມໄດ້ຖືກຂ້າຕາຍໃນການ
ໂຈມຕີທາງອາກາດ ໃນອັນທີ່ເຈົ້າໜ້າທີ່ບາງຄົນຂອງສະຫະລັດ
ເອີ້ນວ່າ ເປັນຄວາມເສຍຫາຍໃຫຍ່ທີ່ສຳຄັນອີກຄັ້ງນຶ່ງ ຂອງກຸ່ມ
ກໍ່ການຮ້າຍດັ່ງກ່າວ.

ໂຄສົກຂອງກອງບັນຊາການທະຫານສະຫະລັດໃນເຂດພາກ
ຕາເວັນອອກກາງ ພັນເອກ Patrick Ryder ໃຫ້ການຢືນຢັນ
ວ່າ ທ້າວ Junaid Hussein ໄດ້ຖືກຂ້າຕາຍ ໃນການໂຈມຕີ
ທາງອາກາດຂອງສະຫະລັດ ເມື່ອວັນທີ 24 ສິງຫາ ທີ່ເມືອງ Raqqa ໃນປະເທດຊີເຣຍ.

ທ້າວ Hussein ທີ່ຖືສັນຊາດອັງກິດ ຍັງມີອີກຊື່ນຶ່ງວ່າ Abu Hussain al Britani ແມ່ນ
ຖືກຈັດວ່າ ມີຄວາມສຳຄັນສູງໃນບັນຊີຂອງທຳນຽບຫ້າແຈທີ່ເປັນເປົ້າໝາຍຂອງກຸ່ມລັດ ອິສລາມທີ່ທາງການຕ້ອງການໂຕ.

ພັກເອກ Ryder ກ່າວວ່າ “ບຸກຄົນຜູ້ນີ້ ເປັນອັນຕະລາຍຫລາຍ. ຜູ້ກ່ຽວມີຄວາມສາມາດ ທາງດ້ານເຕັກນິກທີ່ສຳຄັນ ແລະໄດ້ສະແດງຄວາມປະສົງຢ່າງແຮງກ້າທີ່ຈະສັງຫານຄົນ ອາເມຣິກັນ ແລະເກັບເກນເອົາບຸກຄົນອື່ນໆ ເພື່ອສັງຫານຄົນອາເມຣິກັນ.”

ທ້າວ Hussein ເຕີບໂຕທີ່ປະເທດອັງກິດແລະໃນຂະນະທີ່ຍັງເປັນໄວລຸ້ນນັ້ນຜູ້ກ່ຽວແມ່ນ ສ່ວນນຶ່ງຂອງກຸ່ມແຮັກເກີ້ ທີ່ຮູ້ຈັກກັນໃນນາມ Team Poison. ເຈົ້າໜ້າທີ່ເຊື່ອວ່າ ລາວ ໄດ້ຫຼົບໜີໄປປະເທດຊີເຣຍໃນປີ 2013 ແລະເປັນສ່ວນນຶ່ງ ຂອງກຸ່ມນັກລົບລັດອິສລາມ ທີ່ຮວມທັງທ້າວ Jihadi Jonhn ຊຶ່ງໃນເວລາຕໍ່ມາ ໄດ້ສັງຫານນັກຂ່າວອາເມຣິກັນທ່ານ
James Foley.

ນັບຕັ້ງແຕ່ນັ້ນມາ ທ້າວ Hussein ກໍມີໜ້າຢູ່ເລື້ອຍໆ ໃນເວັບໄຊທ໌ສື່ສັງຄົມເຊັ່ນ Twitter
ແລະເຊື່ອກັນວ່າຜູ້ກ່ຽວເປັນຫົວໜ້າແຮັກເກີ້ຂອງກຸ່ມລັດອິສລາມ.

ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ Dew Tiantawach ກ່າວຕໍ່ ວີໂອເອໃນວັນສຸກວານນີ້ວ່າ “ຜູ້ກ່ຽວໄດ້ພົວພັນຢ່າງຕັ້ງໜ້າ ໃນການເກັບເກນເອົາພວກທີ່ ເຫັນໃຈຕໍ່ກຸ່ມລັດອິສລາມໃນປະເທດຕາເວັນຕົກເພື່ອທຳການໂຈມຕີແບບໂຕຜູ້ດຽວນັ້ນ.”

ເຈົ້າໜ້າທີ່ສະຫະລັດກ່າວວ່າ ທ້າວ Hussein ແມ່ນຜູ້ຮັບຜິດຊອບກ່ຽວກັບການເປີດເຜີຍ
ຂໍ້ມູນສ່ວນຕົວຂອງທະຫານແລະເຈົ້າໜ້າທີ່ອາເມຣິກັນປະມານ 1,300 ຄົນເພື່ອຊຸກຍູ້ໃຫ້ ພວກສະໜັບສະໜຸນກຸ່ມລັດອິສລາມໂຈມຕີເປົ້າໝາຍເຫຼົ່ານີ້.

XS
SM
MD
LG