ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

3 ​ເຂດ ເທດສະບານ ​ທາງພາກຕາ​ເວັນ​ອອກ ຂອງເຊີເບຍ ປະສົບ ໄພນ້ຳຖ້ວມ (ວີດີໂອ)


SERBIA FLOODS VO
please wait
Embed

No media source currently available

0:00 0:00:42 0:00

ເບິ່ງວີດີໂອ ໄພນ້ຳຖ້ວມໃນເຊີເບຍ

ຄວາມ​ພະຍາຍາມ​ໃນການ​ກູ້​ໄພ ​ແລະ​ການ​ມ້ຽນ​ມັດ ​ແມ່ນ​ກຳລັງ
​ດຳເນີນ​ຢູ່ຕໍ່ມາ ​ໃນ​ພາກ​ຕາ​ເວັນອອກ​ຂອງ​ Serbia ຫຼັງຈາກ​ໄດ້
​ມີ​ການ​ຍົກ​ຍ້າຍຫຼາຍຮ້ອຍ​ຄົນ​ ອອກ​ຈາກ​ໝູ່​ບ້ານ​ຈຳນວນ​ນຶ່ງ ທີ່
​ໄດ້​ປະສົບ​ກັບໄພຂົ່ມຂູ່​ ຍ້ອນລະດັບ​ນ້ຳ ຢູ່​ຕາມ​ແມ່ນ້ຳຕ່າງໆ ​
ສູງ​ຂຶ້ນນັ້ນ.

​ໃນ​ເມືອງ Podvrska ທີ່​ຫາງ​ອອກ​ໄປທາງ​ພາກ​ຕາ​ເວັນ​ອອກ 250 ກິ​ໂລ​ແມັດ ຈາກ
ນະຄອນຫລວງ Belgrade ນັ້ນ ປະຊາຊົນທີ່ພາກັນກັບ ຄືນບ້ານ ໄດ້​ພົບເຫັນຂີ້​ຕົມ ​
ແລະ​ຊາກຫັກພັງ​ຕ່າງໆ ຢູ່ຕາມເຮືອນ​ຊານ ທີ່​ຖືກ​ທຳລາຍ​ຂອງເຂົາ​ເຈົ້າ.

ໜ່ວຍກູ້​ໄພຕ່າງໆ ​ໄດ້​ນຳ​ໃຊ້​ເຄື່ອງ​ກົນ​ຈັກ​ໜັກ​ ເພື່ອ​ເປີດ​ຖະໜົນ​ຫົນທາງຫຼາຍໆ​ສາຍ
​ແລະປະຊາຊົນພາກັນ​ເກັບ​ຊິ້ນ​ສ່ວນ​ຕ່າງໆ​ອອກ​ຈາກ​ບ້ານເຮືອນ​ຂອງ​ເຂົາ​ເຈົ້າ.

ລັດຖະບານ​ເຊີ​ເບຍ ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ຢູ່ໃນ 3 ​ເຂດເທດສະບານ ​ທາງພາກ
​ຕາ​ເວັນ​ອອກ ທີ່ຕັ້ງຢູ່​ຕາມ​ແຄມ​ຝັ່ງ​ແມ່ນ້ຳ Danube ຫຼັງຈາກ​ມີ​ຝົນຕົກ​ໜັກຫຼາຍໆ​ ມື້
​ຜ່ານ​ມາ.

​ໄພ​ນ້ຳຖ້ວມ​ຢ່າງ​ໜັກໜ່ວງ​ໃນ​ເດືອນ​ພຶດສະພາ​ຜ່ານ​ມານັ້ນ ​ໄດ້​ເຮັດ​ໃຫ້ 57 ຄົນ​ເສຍ​ຊີວິດ
ຢູ່​ໃນ​ເຊີ​ເບຍ ​ໄດ້​ພັດຂົວຫຼາຍໆ​ແຫ່ງ ​ແລະ​ເຮືອນ​ຊານຫຼາຍໆ​ລັງ​ໄປ​ ​ແລະ​ໄດ້​ທຳລາຍ​ໂຄງ
​ລ່າງດ້ານ​ພະລັງ​ງານ​ໃນເຂດ ດັ່ງກ່າວ.

Rescue and cleanup efforts are continuing in eastern Serbia after hundreds were evacuated from villages threatened by rising rivers.

In Podvrska, 250 kilometers east from the capital Belgrade, returning residents found mud and debris amid their destroyed homes.

Rescue teams had to use heavy machinery to clear roads and residents were removing debris from their houses.

The Serbia government has declared a state of emergency in three eastern municipalities along the Danube river after several days of heavy rainfall.

Severe floods in May killed 57 people in Serbia, washing away bridges and homes and ravaging energy infrastructure.

XS
SM
MD
LG