ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເປີດ ສະຖານທູດຄືນ ເປັນຫົວຂໍ້ ສຳຄັນສຸດ ໃນການ ເຈລະຈາ ຂອງ ສຫລ ກັບຄິວບາ


ຜູ້ຊາຍຄິວບາຄົນນຶ່ງ ນຸ່ງເສຶ້ອຍຶດ ເປັນທຸງອາເມຣິກາ ຢ່າງຢູ່ ຖະໜົນ ໃນນະຄອນ Havana.
ຜູ້ຊາຍຄິວບາຄົນນຶ່ງ ນຸ່ງເສຶ້ອຍຶດ ເປັນທຸງອາເມຣິກາ ຢ່າງຢູ່ ຖະໜົນ ໃນນະຄອນ Havana.

ຄະນະຜູ້​ແທນຄິວ​ບາ​ ຈະ​ມາ​ທີ່ກະຊວງ​ຕ່າງ​ປະ​ເທດສະຫະລັດ ​
ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເຈລະຈາ​ກ່ຽວ​ກັບ​ການ​ຟຶ້ນຟູ​ ຄວາມສຳພັນ
ດ້ານ​ການ​ທູດ ກັບສະຫະລັດ ​ເປັນ​ຄັ້ງທຳອິດ​ ນັບ​ແຕ່​ປີ 1961
ເປັນຕົ້ນມາ ​ອັນ​ເປັນ​ພາກສ່ວນ​ນຶ່ງໃນການລິເລີ້ມ​ຂອງປະທາ
ນາທິບໍດີບາຣັກ ໂອບາມາ ເພື່ອຍຸດຕິການຂວ້ຳບາດທາງດ້ານ
ການຄ້າຕໍ່​ຄິວ​ບາ.

​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ກະຊວງ​ຕ່າງປະ​ເທດສະຫະລັດ​ຄົນ​ນຶ່ງ ກ່າວ
ວ່າ ການ​ປະ ຊຸມກັນ ໃນ​ວັນ​ສຸກມື້​ນີ້​ ຈະ​ເນັ້ນ​ໜັກ​ໃສ່ເລື້ອງຕ່າງໆ
ທັງໝົດ ​ທີ່ຈະ​ຕ້ອງໄດ້ເຮັດໃຫ້​ເສັດ​ສີ້​ນ ​ເພື່ອຈະ​ເປີດສະຖານທູດ
​ຢູ່ໃນ​ນະຄອນຫລວງວໍຊິງ​ຕັນ ​ແລະ​ນະ ຄອນຫລວງ​ຮາ​ວາ​ນາ ​
ໃຫ້ໄວ​ເທົາ​ທີ່​ຈະ​ໄວ​ໄດ້.

ເຈົ້າໜ້າທີ່ທ່ານນີ້ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ນີ້​ເປັນ​ບ່ອນ​ທີ່​ເຮົາ ລັ້ນແຂນ​ເສື້ອ​ຂື້ນ ​ໃນ​
ນາມ​ນັກ​ການ​ທູດ ​ແລະ​ນັ່ງ​ຢູ່ໂຕະ ​ແລະ​ເຮັດ​ໃຫ້​ເປັນ​ທີ່​ແນ່ໃຈ​ວ່າ ​ເຮົາ​ເຈາະ​ຈົງ​ໃ​ສ່ລາຍ​ລະ
ອຽດ​ທຸກ​ຢ່າງ​ ​ເພື່ອໃຫ້ມີການ​ເປີດ​ສະຖານທູດແລະ​ບໍລິຫານ ​ຄືດັ່ງ​ພວກ​ເຮົາ​ໄດ້​ປະຕິບັດ
ກັນ​ຢູ່​ໃນທົ່ວ​ໂລກ​.”

ເຈົ້າໜ້າທີ່ຄົນນີ້​ກ່າວ​ວ່າ ຈະມີການບັນລຸຜົນສຳເລັດຫລາຍເທົ່າ​ໃດ​ ​ແລະ​ຢູ່ໃນ​ຂອບເວລາ
ໃດນັ້ນ ສ່ວນນຶ່ງແລ້ວແມ່ນຂື້ນ​ຢູ່​ກັບ​ຝ່າຍຄິວ​ບາ​ທີ່ຈະ​ນຳເອົາມາ​ສົນ ທະນາກັນຢູ່ທີ່​
ໂຕະເຈລະຈາ.

ຄິວ​ບາ​ໄດ້​ກ່າວ​ວ່າ ຕົນຈະເອົາເລື້ອງເປີດສະຖານທູດ ໄປເປັນເງື່ອນໄຂກ່ຽວ ກັບວ່າ ສະຫະ
ລັດຈະ​ລຶບ​ຊື່​ຂອງ​ຕົນອອກ​ຈາກ​ບັນຊີປະເທດ ໃຫ້ການສະໜັບ ສະໜຸນພວກກໍ່ການຮ້າຍ
ຂອງກະຊວງ​ຕ່າງ​ປະ​ເທດຫລືບໍ່.

ເຈົ້າໜ້າທີ່​ກ່າວ​ວ່າ ຄະນະຜູ້​ແທນ​ສະຫະລັດ ຈະບໍ່​ນຳເອົາສອງ​ບັນຫາ​ດັ່ງກ່າວ ໄປພົວພັນ
ໃສ່ກັນ ​ແລະ​ການ​ທົບ​ທວນບັນຊີລາຍ​ຊື່​ພວກ​ກໍ່​ການ​ຮ້າຍນັ້ນ ​ແມ່ນ ຂັ້ນຂັ້ນຕອນທີ່ແຍກ
ຕ່າງຫາກ.

ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດ ກ່າວ​ວ່າ ຊາ​ວຄິວ​ບາ ຄວນ​ຮູ້ສຶກ​ສະບາຍ​ໃຈ ທີ່​ເລື້ອງ​ດັ່ງ
ກ່າວ ​ກຳລັງ​ຢູ່​ພາຍ​ໃຕ້​ການ​ທົບທວນ. “ມັນ​ຈະ​ງ່າຍ​ທີ່​ສຸດ ທີ່​ຈະ​ຟື້ນ​ຟູ​ຄວາມສຳພັນດ້ານ
​ການ​ທູດຖ້າ​ຫາກ​ເຂົາ​ເຈົ້າ​ບໍ່ເອົາສອງເລື້ອນີ້ໄປພົວພັນ​ໃສ່ກັນ.”

ນອກນັ້ນ ເຈົ້າໜ້າທີ່​ຍັງ​ກ່າວ​ວ່າ ການໂອ້​ລົມກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ ຈະ​ເປັນເລື້ອງທຳ​
ອິດ ​ໃນ​ການ​ເຈລະຈາຂອງສະຫະລັດກັບຄິວ​ບາແບບເປີດກວ້າງ ​ບໍ່ດົນ ຫລັງຈາກໄດ້ມີ
ການຟື້ນຟູຄວາມສຳພັນ​ທາງດ້ານການ​ທູດກັນແລ້ວ.

​ໃນເດືອນ​ແລ້ວ​ນີ້​ຢູ່​ທີ່​ນະຄອນ​ຮາ​ວາ​ນາ ສະຫະລັດ ​ແລະ​ຄິວ​ບາ ​ໄດ້​ເລີ້ມ​ການ​ປະຊຸມ
​ຫຼາຍໆຄັ້ງ ​ເພື່ອ​ສ້າງຕັ້ງຄວາມສຳພັນ​ດ້ານການທູດຄືນໃໝ່.

ສະຫະລັດໄດ້ຫ້າມບໍ່ໃຫ້ຄ້າຂາຍກັບຄິວບາໃນປີ 1960 ແລະປິດສະຖານທູດ ຂອງຕົນນຶ່ງ
ປີຕໍ່ມາ ຫລັງຈາກຜູ້ນຳຄອມມູນິສ Fidel Castro ໂຄ່ນລົ້ມລັດຖະ ບານທີ່ໄດ້ຮັບການໜຸນ
ຫລັງຈາກສະຫະລັດ.

US CUBA TALKS CNPK
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG