ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອີຈິບ ຕັດສິນລົງໂທດ ໃຫ້ນັກຂ່າວ Al Jazeera 3 ຄົນ ຕິດຄຸກສາມປີ


ຜູ້ກຳກັບຝ່າຍຜະລິດລາຍການພາກພາສາອັງກິດ ຂອງ Al Jazeera ທ່ານ Baher Mohamed (ຊ້າຍ) ຮັກສາການຮອງຫົວໜ້າຫ້ອງການທີ່ Cairo ທ່ານ Mohammed Fahmy ຄົນການາດາເຊື້ອສາຍອີຈິບ (ກາງ) ແລະ ນັກຂ່າວ ທ່ານ Peter Greste (ຂວາ)
ຜູ້ກຳກັບຝ່າຍຜະລິດລາຍການພາກພາສາອັງກິດ ຂອງ Al Jazeera ທ່ານ Baher Mohamed (ຊ້າຍ) ຮັກສາການຮອງຫົວໜ້າຫ້ອງການທີ່ Cairo ທ່ານ Mohammed Fahmy ຄົນການາດາເຊື້ອສາຍອີຈິບ (ກາງ) ແລະ ນັກຂ່າວ ທ່ານ Peter Greste (ຂວາ)

ສານ​ອີ​ຈິບແຫ່ງ​ນຶ່ງ​ໄດ້​ພົບ​ເຫັນວ່່າ ນັກ​ຂ່າວ​ Al-Jazeera ສາມ
​ຄົນ ມີຄວາມ​ຜິດ ​ໃນ​ການ​ສະໜັບສະໜູນ ພັກພະລາດອນພາບ
ມຸສລິມ ທີ່ຖືກ​ຫ້າມ ​ແລະ​ໄດ້​ຕັດສິນ​ລົງ​ໂທດ​ເຂົາ​ເຈົ້າ​ ໃຫ້ຕິດຄຸກ
ເປັນເວລາສາມ​ປີ​.

ສານນະຄອນໄຄໂຣ ​ໄດ້​ປະກາດ​ຄຳ​ຕັດສິນ ​ແລະການ​ລົງ​ໂທ
​ໃນການ​ດຳ​ເນີນ​ຄະດີ​ໃໝ່ ​ໃນ​ວັນ​ເສົາ​ມື້​ນີ້.

ທ່ານ Mostefa Souag ຮັກສາການຜູ້ອຳນວຍການຂອງຕາ
ໜ່າງສື່ມວນຊົນ Al-Jazeera ກ່າວ​ຢູ່​ຖະ​ແຫລ​ງການວ່າ “ຄຳ
​ຕັດສິນ​ມື້​ນີ້ ທ້າ​ທາຍ​ຕໍ່ຄວາມ​ເປັນ​ຈິງ ​ແລະ​ ຄວາມຮູ້ສຶກ​ທີ່​ຖື​ກ
ຕ້ອງ.”

ທ່ານ Nicholas Piachaud ນັກຄົ້ນຄວ້າກ່ຽວກັບອີຈິບ ຂອງອົງການນິລະໂທດກຳ
ສາກົນ ກ່າວວ່າ ຄຳຕັດສິນນີ້ ສະແດງໃຫ້ເຫັນເຖິງການປາບປາມຢ່າງບໍ່ຢັງມື ຕໍ່ການ
ສະແດງຄວາມຄິດຄວາມເຫັນຢ່າງເສລີ ທີ່ພວກເຮົາພົບເຫັນໃນອີຈິບ ທຸກມື້ນີ້. ບຸກຄົນ
ທັງ 3 ເປັນ “ນັກໂທດແຫ່ງຈິດສຳນຶກອີກ ພວກເຮົາຫວັງວ່າ ການ ກົດດັນຂອງນາໆ
ຊາດຕໍ່ອີຈິບ ຈະຍັງຜົນໃຫ້ມີການປ່ອຍເຂົາເຈົ້າ.”

ຜູ້​ພິພາກສາ Hassan Farid ​ໄດ້​ຕັດສິນ​ລົງໂທດໂດຍກ່າວ​ວ່າ ບັນດານັກ​ຂ່າວມີ​ອຸບ
​ປະກອນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ອະນຸມັດຈາກບັນດາ​ເຈົ້າ​ໜ້າ​ທີ່​ຮັກສາຄວາມ​ປອດ​ໄພອີ​ຈິບ.
ຜູ້​ພິພາກສາ ກ່າວ​ວ່າ ພວກ​ຜູ້​ຊາຍຈຸນີ້ໄດ້ພາກັນ​ເຜີຍ​ແຜ່ “ຂ່າວ​ທີ່​ຜິດ​ພາດ” ​ແລະ​ໄດ້​
ໃຊ້ໂຮງແຮມ​ເຂົາ​ເຈົ້າ ​ເປັນ​ສູນກາງ​ຖ່າຍ​ທ​ອດຂ່າວ ໂດຍປາດ​ສະ​ຈາກການ​ອະນຸຍາດ.

ຄຳ​ຕັດສິນ​ແມ່ນຄາດ​ກັນວ່າຈະມີຂຶ້ນ​ໃນ​ຕົ້ນ​ເດືອນ​ນີ້ ​ແຕ່​ວ່າ ສານ​ໄດ້ເລື່ອນເວລາ​ຊຳ້
​ແລ້ວ​ຊໍ້າ​ອີກ ໃນການ​ດຳ​ເນີນຄະດີ ນັບ​ແຕ່​ທ່ານ Mohammed Fahmy ທີ່ ເປັນສັນ
ຊາດການາ ທ່ານ Baher Mohamed ​ທີ່ເປັນຊາວ​ອີ​ຈີບ ແລະ ທ່ານ Peter Grestse ທີ່ເປັນຄົນ​ອອສ​ເຕຣ​ເລຍ ​ໄດ້​ຖືກ​ຈັບ ​ໃນ​ເດືອນ​ທັນວາ​ ປີ 2013.

ທ່ານ Geste ​ທີ່​ໄດ້​ປາກົດ​ໂຕ​ທາງໂທລະພາບ Al-Jazeera ຈາກ​ອອສ​ເຕຣ​ເລຍບໍ່​ດົນ
ຫລັງ​ຈາກ​ທີ່ໄດ້ມີການ​ປະກາດຄຳຕັດສິນ ໂດຍກ່າວວ່າ “ນີ້ບໍ່​ມີ​ຄວາມ​ທ່ຽງ​ທຳ ມັນ​ຈະບໍ່
ສາມາດໃຫ້ມີຂຶ້ນໄດ້ ພວກ​ເຮົາ​ບໍ່​ແມ່ນ​ພວກ​ກໍ່​ການ​ຮ້າຍ”. ທ່ານ Greste ​ໄດ້​ຖືກ​ປ່ອຍ
​ໂຕໃນ​ເດືອນກຸມພາປີນີ້.

ທ່ານ Amal Clooney ​ຜູ້​ຕາງໜ້າໃຫ້​ທ່ານ Fahmy ກ່າວວ່າ ຄຳ​ຕັດ​ສິນນີ້ ແມ່ນການ
“ສົ່ງຄຳເຕືອນວ່າ ບັນດາ​ນັກ​ຂ່າວສາ​ມາດ​ຖືກຈັບ​ກຸມ​ຄຸ​ມຂັງພຽງ​ແຕ່​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ
​ໃນ​ການ​ບອກ​ຄວາມ​ຈິງ ​ແລະ​ລາຍ​ງານ​ຂ່າວ. ​ແລະ​ມັນ​ເປັນຄຳເຕືອນ​ທີ່ອັນ​ຕະລາຍວ່າ ມີ​
ບັນດາ​ຜູ້​ພິພາກສາ​ໃນ​ອີ​ຈິບ ຜູ້​ທີ່​ອະນຸຍາດ​ໃຫ້ ສານກາຍ​ມາເປັນ​ເຄຶ່ອງມື​ທາງ​ການ​ເມືອງ
ເພື່ອກົດ​ດັນ​ແລະໂຄສະນາ​ຊວນ​ເຊື່ອ.​

Egypt Journalists
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG