ບັນດາຜູ້ນຳລະດັບສູງຂອງພັກຄອມມິວນິສຈີນ ພົບປະຫາລືກັນ
ໃນອາທິດນີ້ ໃນອັນທີ່ເອີ້ນວ່າ ກອງປະຊຸມຄົບຄະນະ ຄັ້ງທີ 4
ແລະເປັນ ເທື່ອທຳອິດໃນປະຫວັດສາດຂອງພັກ ທີ່ເລື້ອງການ
ປົກຄອງດ້ວຍກົດໝາຍຈະເປັນຫົວຂໍ້ສຳຄັນຂອງລາຍການປະ
ຊຸມ. ບັນດານັກວິເຄາະ ແລະລາຍງານຂ່າວຂອງສື່ຈີນ ກ່າວວ່າ
ໃນກອງປະຊຸມຄັ້ງນີ້ ອາດມີການຮັບຜ່ານເອົາມາດຕະການ
ຫລາຍຢ່າງ ທີ່ຄອຍຖ້າກັນມານານ ແນໃສ່ເພື່ອມອບຄວາມເປັນ
ເອກະລາດ ໃຫ້ສານຫລາຍຂຶ້ນ ແລະບາດກ້າວຕ່າງໆ ເພື່ອຍົກ
ລະດັບການປຸກລະດົມຕໍ່ຕ້ານການສໍ້ລາດບັງຫລວງ ທີ່ໄດ້ດຳເນີນ
ມາຢ່າງຕັ້ງໜ້າ ເອົາຈິງເອົາຈັງຢູ່ແລ້ວ ແລະຮວມເອົາຮອດເຈົ້າ
ໜ້າທີ່ຂັ້ນສູງນັ້ນ. Bill Ide ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງດາຣາ
ຈະນຳມາສະເໜີທ່ານ
ກອງປະຊຸມປິດລັບ ເປັນເວລາສາມວັນ ຢູ່ນະຄອນຫລວງປັກກິ່ງ ມີຂຶ້ນໃນຂະນະທີ່ການປະທ້ວງຍັງດຳເນີນສືບຕໍ່ໄປຢູ່ໃນຮົງກົງ ແລະຫລາຍໆ ຄົນພາກັນລໍຖ້າຟັງຂ່າວຄືບໜ້າ ກ່ຽວກັບຊະຕາກຳຂອງອະດີດຫົວໜ້າ ຄວາມໝັ້ນຄົງແຫ່ງຊາດ Zhou Yongkang ທີ່ຖືກສອບ
ສວນໃນຂໍ້ຫາສໍ້ລາດບັງຫລວງ.
ທ່ານ Zhou Yongkang ແມ່ນເປັນເຈົ້າໜ້າທີ່ລະດັບສູງສຸດ ທີ່ໄດ້ຕົກເປັນເປົ້າຂອງການ
ປຸກລະດົມຕໍ່ຕ້ານການສໍ້ລາດບັງຫລວງ ຂອງລັດຖະບານນັ້ນ.
ເປັນທີ່ຄາດໝາຍກັນຢ່າງກ້ວາງຂວາງວ່າ ທ່ານ Zhou ຊຶ່ງເປັນລັດຖະມົນຕີກະຊວງ
ຄວາມໝັ້ນຄົງສາທາລະນະ ກໍຄືກະຊວງປ້ອງກັນຄວາມສະຫງົບ ຈາກປີ 2002 ຫາ 2007 ແລະໄດ້ໄຕ່ເຕົ້າຂຶ້ນມາເປັນ ສະມາຊິກຂອງຄະນະກຳມະການຖາວອນ ຂອງກົມການເມືອງ
ສູນກາງພັກທີ່ມີອຳນາດ ກ່ອນອອກບຳນານນັ້ນ ຈະຖືກຂັບໄລ່ອອກຈາກພັກຢ່າງເປັນທາງ ການ ໃນລະຫວ່າງກອງປະຊຸມອາທິດນີ້.
ແຕ່ວ່າ ການສືບສວນທ່ານ Zhou ກັບເຈົ້າໜ້າທີ່ພັກ ຄົນອື່ນໆອີກຫລາຍສິບຄົນ ໃນຂໍ້ຫາ ສໍ້ລາດບັງຫລວງນັ້ນ ແມ່ນພັກຄອມມິວນິສເອງເປັນຜູ້ເລີ້ມດຳເນີນການບໍ່ແມ່ນ ໂດຍເຈົ້າ
ໜ້າທີ່ສືບສວນຄະດີອາຍາ.
ແລະນັ້ນແມ່ນຄວາມເປັນຈິງໃນປັດຈຸບັນນີ້ ຢູ່ໃນປະເທດຈີນ
ອິງຕາມທ່ານ He Jiahong ຊ່ຽວຊານດ້ານກົດໝາຍ ທີ່ມະຫາ
ວິທະຍາໄລ Renmin ໃນນະຄອນຫລວງປັກກິ່ງ ທີ່ກ່າວວ່າ
ເຖິງແມ່ນວ່າ ທາງສຳນັກງານກົດໝາຍຂອງລັດຖະບານ ເຊັ່ນ
ຫ້ອງການໄອຍະການ ປະຊາຊົນນັ້ນ ຄວນຈະເປັນຝ່າຍທີ່ຕິດ
ຕາມເອົາຜິດກັບ ພວກເຈົ້າໜ້າທີ່ສໍ້ລາດບັງຫລວງ ໂດຍສະ
ເພາະພວກເຈົ້າໜ້າທີ່ຂັ້ນສູງນັ້ນກໍຕາມ ແຕ່ກັບແມ່ນພັກແລະ
ທີມງານກວດກາວິໄນຂອງພັກ ທີ່ເປັນຝ່າຍນຳພາໃນເລື້ອງນີ້.
ທ່ານ He Jiahong ກ່າວວ່າ “ພວກເຈົ້າໜ້າທີ່ຄະນະກຳມະການກວດກາລະບຽບ
ວິໄນຂອງພັກ ແມ່ນມີອກນາດຫລາຍກ່ວາ. ດັ່ງນັ້ນ ພວກເຂົາເຈົ້າຈຶ່ງມີການສືບ
ສວນສອບສວນ ທີ່ມີປະສິດທິຜົນຫລາຍກ່ວາ ຫາກແຕ່ວ່າ ພວກເຂົາເຈົ້າເຮັດ
ວຽກຢູ່ນອກໂຄງຮ່າງທາງກົດໝາຍ. ພວກເຂົາເຈົ້າບໍ່ແມ່ນນັກສືບສວນຄະດີອາ
ຍາ ທີ່ປະຕິບັດງານສອດຄ່ອງກັບ ກົດໝາຍສືບສວນທາງອາຍາ.”
ທ່ານ He ກ່າວຕໍ່ໄປວ່າ ເຖິງແມ່ນວ່າ ວິທີນີ້ບໍ່ແມ່ນວິທີການທີ່ຖືກຕ້ອງ ສຳຫລັບຕິດຕາມ
ເອົາຜິດ ກັບພວກເຈົ້າໜ້າທີ່ສໍ້ລາດບັງຫລວງກໍຕາມ ແຕ່ມັນກໍເປັນວິທີດຽວທີ່ສາມາດເຮັດ ໄດ້ໃນເວລານີ້.
ທ່ານ He ກ່າວຕໍ່ໄປວ່າ ທ່ານຫວັງວ່າ ກອງປະຊຸມຄັ້ງນີ້ ຈະອະນຸມັດໃຫ້ພວກເຈົ້າໜ້າທີ່
ສືບສວນຂອງລັດ ມີສິດແລະອຳນາດສູນກາງຫລາຍຂຶ້ນ ເພື່ອສືບສວນແລະດຳເນີນຄະດີ
ສໍ້ລາດບັງຫລວງຕ່າງໆ.
ຊ່ຽວຊານດ້ານກົດໝາຍອີກຄົນນຶ່ງ ທ່ານ Chen Guangzhong ກ່າວວ່າ ກອງປະຊຸມ
ຄັ້ງນີ້ຈະເປັນໂອກາດໃຫ້ ຈຳກັດຮັດແຄບອຳນາດ ຂອງເຈົ້າໜ້າທີ່ຫລາຍຂຶ້ນ.
ທ່ານ Chen Guangzhong ເວົ້າວ່າ “ເພື່ອທີ່ຈະປົກຄອງປະເທດນຶ່ງ ໃຫ້ຖືກຕ້ອງ
ຕາມກົດໝາຍນັ້ນ ກ່ອນອື່ນໝົດ ທ່ານກໍຈະຕ້ອງປົກຄອງໃຫ້ຖືກຕ້ອງຕາມລັດຖະ
ທຳມະນູນ ແລະຕ້ອງເນ້ນໜັກວ່າ ພັກຄອມມິວນິສນັ້ນ ໃນຖານະເປັນພັກທີ່ຢູ່ໃນ
ອຳນາດ ແມ່ນຈະຕ້ອງດຳເນີນການ ຢູ່ພາຍໃນຂອບເຂດຂອງລັດຖະທຳມະນູນ
ແລະກົດໝາຍ ແລະຄວນ ມີການເນ້ນໃສ່ ການນຳໃຊ້ກົດໝາຍເພື່ອຈຳກັດຮັດ
ແຄບອຳນາດ.”
ສື່ຂອງລັດກ່າວວ່າ ເປົ້າໝາຍສຳຄັນຂອງກອງປະຊຸມນີ້ ແມ່ນເພື່ອປັບປຸງແລະຍົກລະດັບ ຂອງຄຸນນະພາບແລະປະສິດທິພາບ ຂອງການປົກຄອງ ໂດຍພັກການເມືອງດຽວຂອງຈີນ. ແລະນັ້ນແມ່ນສິ່ງນຶ່ງທີ່ຊາວນະຄອນຫລວງປັກກິ່ງຢາກຈະເຫັນ.
ທ້າວຫລິວ ເວົ້າວ່າ “ກ່ອນອື່ນ ຂ້ອຍຢາກເຫັນຄວາມຍຸຕິທຳຫລາຍຂຶ້ນ ແລະ
ສອງມາ ຢາກເຫັນສັງຄົມທີ່ມີຄວາມກ້ຳເກິ່ງກັນ ຫລາຍຂຶ້ນ.”
ວີດີໂອກ່ຽວກັບ ການສືບສວນທ່ານ Zhou Yongkang ໃນຂໍ້ຫາສໍ້ລາດບັງຫລວງ:
ສ່ວນນາງ Xiao ເວ້າວ່າ “ປະຊາຊົນພາກັນດຳລົງຊີວິດ ຢູ່ໃນສັງຄົມທີ່ບໍ່ແມ່ນ
ໂຕຈິງ ແລະມີການຄາດໝາຍກັນຕ່າງໆນາໆ ກ່ຽວກັບການປຸກລະດົມຕໍ່ຕ້ານ
ການສໍ້ລາດບັງຫລວງນັ້ນ. ຂ້ອຍຄິດວ່າ ການປົກຄອງດວຍກົດໝາຍ ຄວນ
ຮັບປະກັນໃຫ້ ປະຊາຊົນສາມາດດຳລົງຊີວິດຢູ່ໄດ້ໃນດ້ວຍຄວາມສະຫງົບສຸກ
ແລະຄວາມເປັນລະບຽບຮຽບຮ້ອຍ ເພື່ອເຂົາເຈົ້າຈະສາມາດມີຄວາມຫວັງ
ຫລາຍຂຶ້ນ ສຳຫລັບອະນາຄົດ.”
ນາງຊຸນ ຊາວປັກກິ່ງອີກຄົນນຶ່ງ ເວົ້າວ່າ “ແຕ່ວ່າ ການປັບປຸງລະບົບກົດໝາຍ
ຈະຕ້ອງໃຊ້ເວລາ. ຂ້ອຍຫວັງວ່າ ເລື້ອງນີ້ຈະສາມາດເຮັດໄດ້ ເທື່ອລະເລັກ
ລະ ນ້ອຍ ເທື່ອລະກ້າວໄປ. ຂ້ອຍຫວັງອີກວ່າ ພວກເຮົາຈະສາມາດຖອດ
ຖອນບົດຮຽນໄດ້ ຈາກປະສົບປະການອັນສຳເລັດຜົນຂອງປະເທດອື່ນໆ
ແລະທຳການປ່ຽນແປງຢ່າງແທ້ຈິງ.”
ຊ່ຽວຊານກົດໝາຍ He Jiahong ກ່າວວ່າ ມີການຄາດໝາຍກັນອີກວ່າ ກອງປະຊຸມ
ຄົບຄະນະ ຄັ້ງທີ 4 ນີ້ ຈະໂອນອຳນາດຄວບຄຸມ ສານຂອງເມືອງ ແລະເຂດເມືອງທັງ
ຫລາຍ ໄປໃຫ້ເຈົ້າໜ້າທີ່ແຂວງ.
ທ່ານ He Jiahong ເວົ້າວ່າ “ຄວາມຈິງແລ້ວ ພວກສານທ້ອງຖິ່ນທັງຫລາຍແມ່ນ
ຢູ່ໃຕ້ການຄວບຄຸມຂອງບັນດາຜູ້ນຳພັກໃນທ້ອງຖິ່ນ ເພາະວ່າເງິນຂອງເຂົາເຈົ້າ
ມາຈາກລັດຖະບານທ້ອງຖິ່ນ. ບັນດາຜູ້ນຳພັກໃນທ້ອງຖິ່ນເປັນຜູ້ແຕ່ງຕັ້ງພວກ
ເຂົາເຈົ້າ ເພາະສະນັ້ນແລ້ວ ກໍແມ່ນວ່າ ລະບົບຕຸລາການນັ້ນບໍ່ສາມາດທີ່ຈະທຳ
ການຕັດສິນໃຈໃດໆໄດ້ ທີ່ເປັນເອກະລາດ ແລະບໍ່ມີການແຊກແຊງຈາກພວກ
ຜູ້ນຳທ້ອງຖິ່ນ.”
ທ່ານ He Jiahong ກ່າວຕໍ່ໄປວ່າ ເຖິງແມ່ນຈະມີການຮັບຮອງເອົາການປະຕິຮູບດັ່ງ
ກ່າວຢູ່ໃນກອງປະຊຸມອາທິດນີ້ກໍຕາມ ແຕ່ມັນກໍອາດສາມາດໃຊ້ເວລາ 1 ຫາ 2 ປີກໍໄດ້
ກ່ອນຈະເປັນໝາກຜົນຂອງມັນ.
ວີດີໂອ: ທາງການຈີນແນເປົ້າໝາຍໃສ່ຊັບສົມບັດຢູ່ນອກປະເທດ ຂອງພວກເຈົ້າໜ້າທີ່ ທຸຈະລິດ ຫລືສໍ້ລາດບັງຫລວງ:
China Political Meeting Seeks to Improve Rule of Law
China's communist leaders will host a top level political meeting this week, called the Fourth Plenum, and for the first time in the party's history, rule of law will be a key item on the agenda. Analysts and Chinese media reports say the meetings could see the approval of long-awaited measures aimed at giving courts more independence and include steps to enhance an already aggressive and high-reaching anti-corruption drive. VOA's Bill Ide has more from Beijing.]]
((NARRATOR))
The closed door meeting in Beijing comes as protests continue in Hong Kong and many watch for news about the fate of former national security chief Zhou Yongkang.
Like other ranking officials, Zhou is being investigated first by the party's disciplinary commission, not criminal investigators.
And that's the current reality in China, says legal scholar He Jiahong.
((HE JIAHONG, RENMIN UNIVERSITY,))
"The party's disciplinary inspection commission officers have more power. So they will have more effective investigations, but they are working outside of the legal framework. They are not criminal investigators according to our criminal investigation law."
((NARRATOR))
He says he hopes the meetings will give state investigators more centralized authority and power to tackle corruption cases.
Legal scholar Chen Guangzhong says the meetings will be a chance to put more restraints on official power.
((CHEN GUANGZHONG, LEGAL SCHOLAR, .... MANDARIN, MALE))
"To rule a country in accordance with the law first and foremost you need to rule in accordance with the constitution and emphasize that the communist party, as the party in power, must operate within the constraints of the constitution and the law, (there should be an) emphasis on using the law to restrict power."
((NARRATOR))
Chinese state media say the meetings aim to improve the quality and effectiveness of China's one party rule. And that is something residents of Beijing would like to see.
((LIU, BEIJING RESIDENT, ... MALE, MANDARIN))
"First (I'd like to see more) fairness, and secondly, a more balanced society."
((XIAO, BEIJING RESIDENT, ... FEMALE, MANDARIN))
"People are living in a society that feels surreal and there are expectations for the anti-corruption drive. I think rule of law should guarantee people can live healthy lives and maintain order. So that people can have more hope for the future."
((SUN, BEIJING RESIDENT, ... FEMALE, MANDARIN))
"Improving the legal system will take time though. I hope this can be done step by step, little by little. I also hope we can learn from other countries successful experiences and make some real change."
((NARRATOR))
Legal scholar He Jiahong says the Fourth Plenum also is expected to transfer the control of city and county courts to provincial authorities.
((HE JIAHONG, RENMIN UNIVERSITY,))
"In fact the (local courts) are all basically controlled by local party leaders because their money comes from the local government. Their appointments were made by the local party leaders, so the judiciary cannot make decisions independent from the interference of local leaders."
((NARRATOR))
He says that while the approval of that reform is expected during the meetings, it could take one to two years before results are seen.