ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເສດຖະກິດຈີນ ​ຂະຫຍາຍ​ໂຕ​ 7​.4 ​ສ່ວນຮ້ອຍ ​ໃນ​​ໄຕ​ມາດ​ທຳ​ອິດ ຂອງປີນີ້ (ວີດີໂອ)


China Economy VOSOT
please wait
Embed

No media source currently available

0:00 0:01:23 0:00
ເສດຖະກິດຂອງຈີນ ​ໄດ້ຂະຫຍາຍ​ໂຕ​ 7​.4 ​ເປີ​ເຊັນ ​ໃນໄຕ​ມາດ
​ທຳ​ອິດຂອງປີ​ນີ້ ຊຶ່ງ​ເປັນອັດຕາການ​ຂະ​ຫຍາ​ຍ​ໂຕ​ທີ່ຊ້າທີ່​ສຸດ ​
ໃນ ຮອບ 18 ​ເດືອນ ຂອງ​ເສດຖະກິດທີ່ໃຫຍ່​ອັນ​ດັບ 2 ຂອງ​ໂລກ.

ອັດຕາ​ການ​ຂະຫຍາຍຕົວ​ດັ່ງກ່າວ ​ແມ່ນເກີນ​ຄວາມ​ຄາດໝາຍ​
ຂອງນັກ​ເສດຖະສາດ​ທັງຫຼາຍ. ​ແຕ່ກໍ​ຍັງ​ຕ່ຳ​ກ່ວາອັດຕາ 7.7 ​
ເປີ​ເຊັນ ຂອງ​ໄລຍະ 3 ​ເດືອນສຸດ​ທ້າຍ ຂອງ​ປີ 2013.

ປັກ​ກິ່ງ ​ໄດ້ຕັ້ງເປົ້າໝາຍ​ ການ​ຂະຫຍາຍຕົວ​ ​ໃນ​ລະດັບ 7.5 ​
ເປີ​ເຊັນ ສຳ​ຫລັບ ປີ 2014 ນີ້ ຊຶ່ງ​ຖື​ວ່າ​ເປັນເປົ້າໝາຍ​ໃນ​ລະດັບ
​ພໍ​ປານ​ກາງ. ​ແຕ່​ສຳ​ຫລັບ​ເວລາ​ນີ້ ປະກົດ​ວ່າ​ບັນດາຜູ້ນຳ​ຈີນ​
ເຫັ​ນວ່າ ອັດຕາ​ດັ່ງກ່າວ​ນີ້ ​ເປັນ​ທີ່​ຮັບ​ເອົາ​ໄດ້ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ ນຳພາເສດຖະກິດ​
ໄປ​ສູ່​ລະບົບ​ທີ່ຍືນ​ຍົງຫຼາຍຂຶ້ນ ​ໂດຍ​ອິງໃສ່​ພື້ນຖານ ການ​ບໍລິ​ໂພ​ກພາຍ​ໃນ​ປະເທດ.

ອາທິດ​ແລ້​ວນີ້ ນາຍົກລັດຖະມົນຕີ ລີ ​ເກີ້​ຈຽງ ​ກ່າວ​ວ່າ ຈະ​ບໍ່​ມີ​ການ​ເອົາ​ມາດ​ຕະການ​ກະຕຸກ ​ຊຸກຍູ້​ເສດຖະກິດທີ່​ສຳຄັນ ຄື​ກັນກັບ​ອັນ​ທີ່​ໄດ້​ນຳ​ໃຊ້​ ລຸນ​ຫລັງ​ເກີດ​ສະພາວະ​ການ​ເງິນ​ຕົກ​ຕ່ຳ
ໃນ​ທົ່ວ​ໂລກ ​ໃນ​ປີ 2008 ນັ້ນ.
XS
SM
MD
LG