ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກ ການາດາ ຍຸບສະພາ ແລະ ຮຽກໃຫ້ມີ ການເລືອກຕັ້ງ ກ່ອນກຳນົດ


ນາຍົກລັດຖະມົນຕີ ການາດາ ທ່ານ Stephen Harper ກ່າວປາໄສໃນສະພາ ທີ່ນະຄອນຫຼວງ Ottawa.
ນາຍົກລັດຖະມົນຕີ ການາດາ ທ່ານ Stephen Harper ກ່າວປາໄສໃນສະພາ ທີ່ນະຄອນຫຼວງ Ottawa.

ນາຍົກລັດຖະມົນ​ຕີ ​ກາ​ນາ​ດາ ທ່ານ Stephen Harper ​ໄດ້​ຍຸບ​ສາ​ພາ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ ວາງ​ແຜນ​ການ​ເລືອກ​ຕັ້ງສຳລັບ​ວັນທີ 19ເດືອນ​ຕຸລາ.

ທ່ານ Harper ​ແລະ ພັກ​ອະນຸລັກ​ນິຍົມ​ຂອງ​ທ່ານ ​ແມ່ນ​ກຳລັງ ຊອກ​ຫາ​ວິທີ​ໃຫ້​ໄດ້ດຳລົງ​ຕຳ​ແໜ່​ງ​ເປັນ​ສະ​ໄໝ​ທີ 4 ຫຼັງ​ຈາກ​ກຳ​ອຳນາດ​ມາ​ເປັນ​ເວລາ​ເກືອບໜຶ່ງ​ທົດ​ສະ​ວັດ.

​ແຕ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ໂຄສະນາ​ຫາ​ສຽງ​ທີ່​ເຂັ້ມ​ແຂງ​ຕໍ່​ສູ້ກັບ​ຝ່າຍ​ກົງກັນຂ້າມ​ ພັກ​ເດັມ​ໂມແຄຣັດ ​ແລະ ຜູ້ນຳ​ຂອງ​ພວກ​ເຂົາ​ເຈົ້າ ທ່ານ Tom Mulcair, ໃນ​ຂະນະ​ທີ່ປະ​ເທດ​ດີ້​ນຮົນ​ກັບ​ການ​ຮັບ​ມືກັບ​ເສດຖະກິດ​ທີ່​ຕົກຕ່ຳ ​ແລະ ການ​ຕົກຕ່ຳ​ຂອງ​ລາ​ຄານ້ຳ

​ມັນຂອງ​ໂ​ລກ, ​ເຊິ່ງ​ເປັນ​ສິນຄ້າຫຼັກ​ສົ່ງ​ອອກ​ ​ຂອງ ກາ​ນາ​ດາ.

ທ່ານ Harper ​ໄດ້​ຜັກ​ດັນນະ​ໂຍບາຍ​ປະ​ເທດຂອງ​ຕົນ​ທີ່ເປັນ​ແນວ

ປານ​ກາງ​ອຽງ​ຊ້າຍຂ້ອນ​ໄປ​ຫາ ນະ​ໂຍບາຍ​ອະນຸ​ລັກ​ນິຍົມ, ຫຼຸດຜ່ອນ​ບັນດາ​ພາສີ, ສຳ​ໜັບ
ສະ​ໜູນ​ອຸດ​ສາ​ຫະກຳ​ນ້ຳມັນ ​ຕໍ່​ຕ້ານ​ການ​ໂຈມ​ຕີ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ເພີ່ມ​ການ​ໃຊ້​ຈ່າຍ​ດ້ານ​ການ​ທະຫານ.

ຖ້າ​ທ່ານ Harper ເຊິ່ງມີອາຍຸ 56 ​ໄດ້ຮັບ​ໄຊ​ຊະນະ​ໃນ​ການ​ເລືອກຕັ້ງ, ທ່ານ​ກໍ​ຈະ​ເປັນ​ນາຍົກ ລັດຖະມົນ​ຕີ​ຄົນ​ທຳ​ອິດ​ທີ່​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ສີ່​ຄັ້ງ​ຕິດ​ຕໍ່​ກັນ​ໃນ​ຮອບຫຼາຍ​ກວ່ານ່ຶງ​ສັດຕະ​ວັດ.

XS
SM
MD
LG