ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກເຄື່ອນໄຫວ ກຳປູເຈຍ ຢາກໃຫ້ ຍົກເອົາເລື້ອງ ເຂື່ອນຂອງ​ລາວ ເຂົ້າລາຍການ ປະຊຸມ ສຫລ-ອາຊ່ຽນ


ຊາວປະມົງລາວ ວ່ານແຫຢູ່ໃກ້ເຂດດອນສະໂຮງ ຊຶ່ງລັດຖະບານ ວາງແຜນ ທີ່ຈະກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳຕົກ ມູນຄ່າ 600 ລ້ານໂດລາ ໃສ່ສະຖານທີ່ແຫ່ງນັ້ນ.(L. Hunt/VOA)
ຊາວປະມົງລາວ ວ່ານແຫຢູ່ໃກ້ເຂດດອນສະໂຮງ ຊຶ່ງລັດຖະບານ ວາງແຜນ ທີ່ຈະກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳຕົກ ມູນຄ່າ 600 ລ້ານໂດລາ ໃສ່ສະຖານທີ່ແຫ່ງນັ້ນ.(L. Hunt/VOA)

ບັນດາກຸ່ມສັງຄົມ​ພົນລະ​ເຮືອນ​ຮຽກຮ້ອງ​ໃຫ້​ຍົກ​ເອົາໂຄງການ
​ເຂື່ອນໄຟຟ້າ​ນ້ຳຕົກ ດອນ​ສະ​ໂຮງຂອງ​ລາວຂຶ້ນມາ​ປຶກສາ​ຫາ
ລື​ກັນ ​ເວລາບັນດາ​ຜູ້ນຳ​ຈາກ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້
​ຫຼືອາ​ຊຽນ ​ພົບ​ປະກັນ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ
​ໂອ​ບາ​ມາ ​ໃນ​ສັບປະ ດາ​ໜ້າ​ນີ້ ​ທີ່​ Sunnylands ​ໃນ​ເຂດ​ເມືອງ
Ramcho Mirage ລັດ California.

​ກອງ​ປະຊຸມ​ສຸດ​ຍອດ​ ASEAN ທີ່​ສະຫະລັດ​ເປັນ​ເຈົ້າພາບ ​ແບບ
​ບໍ່​ເຄີຍ​ມີ​ມາ​ກ່ອນ ມີຂຶ້ນທ່າມກາງການ​ດຳ​ເນີນຄວາມ​ພະຍາຍາມ
​ເພີ້​ມຕື່ມ ​ໂດຍ​ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາທີ່​ຈະ​ເພີ້​ມການ
​ຮັກສາຄວາມ​ປອດ​ໄພ ແລະການມີໜ້າ​ທາງ​ດ້ານ​ເສດຖະກິດ​ຢູ່​ໃນ
​ຂົງ​ເຂດ ຊຶ່ງ​ສະຫະລັດຕ້ອງການຢາກ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຕໍ່​ອິດ​ທິພົນ​ຂອງ​ຈີນ​ ທີ່​ພວມ​ເພີ້ມ
ທະວີ​ຂຶ້ນນັ້ນ.

ພວກນັກເຄື່ອນໄຫວ ຂອງກຸ່ມອົງການທີ່ບໍ່ຂຶ້ນກັບລັດຖະບານ ຖືປ້າຍຮຸບປາຄ່າ (ຊ້າຍ) ແລະຮູບສັດອື່ນໆ ໃນຂະນະທີ່ປະທ້ວງຕໍ່ໂຄງການເຂື່ອນດອນສະໂຮງ, ພະນົມເປັນ, ກຳປູເຈຍ, 11 ກັນຍາ, 2014.
ພວກນັກເຄື່ອນໄຫວ ຂອງກຸ່ມອົງການທີ່ບໍ່ຂຶ້ນກັບລັດຖະບານ ຖືປ້າຍຮຸບປາຄ່າ (ຊ້າຍ) ແລະຮູບສັດອື່ນໆ ໃນຂະນະທີ່ປະທ້ວງຕໍ່ໂຄງການເຂື່ອນດອນສະໂຮງ, ພະນົມເປັນ, ກຳປູເຈຍ, 11 ກັນຍາ, 2014.

​ພວກ​ປຸກລະດົມ​ທາງ​ດ້ານ​ສະພາບ​ແວດ​ລ້ອມ ​ໃນ​ກຳປູ​ເຈຍ
​ໄດ້​ກ່າວເຖິງ​ການ​ພົບ​ປະກັນ​ເປັນ​ເວລາ 2 ມື້ ຊຶ່ງ​ຈະ​ເລີ້ມ​ຂຶ້ນ
​ວັນ​ທີ 15 ກຸມພານີ້ທີ່ຈະເປີດ​ໂອກາດ​ໃຫ້​ສະມາຊິກ​ຂອງ
​ອາ​ຊຽນຮ້ອງ​ຂໍການ​ຊ່ອຍ​ເຫຼືອ​ຂອງ​ສະຫະລັດ ຫຼື​ບໍ່​ກໍ​ຊ່ອຍ​ໄກ່​ເກ່ຍ ​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ
​ໂຄງການ​ເຂື່ອນໄຟຟ້າ​ນ້ຳຕົກໃນ​ລຳ​ແມ່​ນ້ຳຂອງຕອນ​ລຸ່ມ ທີ່​ຍັງ​ບໍ່​ທັນ​ມີ​ການ​ສ້າງ​ເຂື່ອນໃສ່ ເທື່ອ ນັ້ນ.

ຄວາມ​ຫວັງ​ດັ່ງກ່າວນີ້​ແມ່ນ​ສະ​ແດງ​ອອກ​ໂດຍ​ຫຼາຍອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ຕໍ່​ທ່ານ
John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ລະຫວ່າງ​ທີ່​ທ່ານ​ໄດ້​ໄປ​ຢ້ຽມຢາມ ​ກຳປູ​ເຈຍ ​ໃນ​ເດືອນ​ແລ້ວ​ນີ້.

ຄວາມ​ເປັນ​ຫວ່າງ​ເປັນ​ໃຍຢ່າງຮີບ​ດ່ວນຂອງ​ພວກ​ກຸ່ມ​ດັ່ງກ່າວ​ນີ້ ກໍ​ແມ່ນ​ການວາງ​ແຜນ​ກໍ່
ສ້າງ​ເຂື່ອນໄຟຟ້າ​ນ້ຳຕົກ ທີ່​ຮູ້​ກັນ​ໃນ​ນາມ ດອນ​ສະ​ໂຮງທີ່ຈະ​ສາມາດ​ຜະລິດພະລັງງານ​
ໄຟຟ້າໄດ້ 260 ​ເມກາ​ວັດ ຢູ່​ໃນ​ພາກ​ໃຕ້​ຂອງ​ລາວ ຊຶ່ງ​ຫ່າງ​ອອກ​ໄປ​ຈາກ​ຊາຍ​ແດນ​ກຳປູ
​ເຈ​ຍປະມານ 1 ກິ​ໂລ​ແມັດ​ເຄິ່ງ ​ເທົ່າ​ນັ້ນ.

ລັດຖະບານ​ຂອງ​ທັງ​ປະ​ເທດກຳປູ​ເຈ​ຍ ​ແລະຫວຽດນາມ ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​
ຫວ່ງ​ເປັນ​ໃຍ​ກ່ຽວ​ກັບ​ຜົນ​ກະທົບທີ່​ອາດ​ເກີດ​ຂຶ້ນຕໍ່ເຂດ​ທີ່ຢູ່​ຫລັງ​ເຂື່ອນ​ລົງ​ໄປ​ ບ່ອນ​ທີ່​ຜູ້​ຄົນ
​ຈຳ​ນວນ​ຫຼາຍ​ລ້ານ​ຄົນອາ​ໄສປາ​ຈາກແມ່ຂອງ​ນີ້ ເປັນ​ອາຫານ​.

ທ່ານ Chhith Sam Ath ຜູ້ອຳນວຍການ​ ກອງ​ທຶນ​ປົກ​ປ້ອງສັດປ່າ​ໂລກ ຫຼື World Wildlife
Fun ​ໃນກຳປູ​ເຈ​ຍ ກ່າວ​ວ່າ ການ​ກໍ່ສ້າງ​ເຂື່ອນ​ດັ່ງກ່າວ​ນີ້ ຄວນ​ຈະຖືກ​ໂຈະ​ຢ່າງ​ນ້ອຍກໍເປັນ​
ການ​ຊົ່ວຄາວ​ໄວ້​ກ່ອນ ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດ​ທີ່​ຕັ້ງຢູ່​ແຄມແມ່​ນ້ຳຂອງ​ໄດ້​ປືກສາ​ຫາລື​
ກັນ​ກ່ອນ.

XS
SM
MD
LG