ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດ ກຳປູເຈຍ ຈັບຊາວ Montagnard 7 ຄົນ ສົ່ງຄືນ ໃຫ້ຫວຽດນາມ


ແຜນທີ່ຊາຍແດນ ປະເທດກຳປຄເຈຍ ແລະຫວຽດນາມ.
ແຜນທີ່ຊາຍແດນ ປະເທດກຳປຄເຈຍ ແລະຫວຽດນາມ.

ພວກ​ຊົນ​ກຸ່ມ​ນ້ອຍ Montagnard ຢ່າງ​ໜ້ອຍ 14 ຄົນ ຈາກ​
ຫວຽດນາມ ທີ່ພວມຊອກສະແຫວງຫາການຂໍ​ລີ້​ໄພ​ ຍັງສືບຕໍ່
ຫຼົບ​ລີ້​ ພວກ​ເຈົ້າ​ໜ້າ​ທີ່ ຢູ່​ໃນ​ປ່າທາງ​ພາກ​ຕາ​ເວັນ​ອອກ​ຂ​ອງ
ກຳປູເຈຍ ສອງ​ມື້​ຫລັງ​ຈາກ​ອີກເຈັດ​ຄົນໄດ້​ຖືກ​ບັງຄັບ​ໃຫ້​ກັບ
ຄືນປະ​ເທດ.

ຫົວໜ້າ​ຕຳຫຼວດ​ແຂວງ Ratanakkiri ທ່ານ Nguon Koeun
ກ່າວ​ວ່າ ຕຳຫລວດ​ຊາຍ​ແດນ ​ໄດ້​ຈັບ​ເຈັດ​ຄົນ ​ແລະມອບຄືນ
​ໃຫ້​ແກ່ ​ເຈົ້າ​ໜ້າ​ທີ່​ຫວຽດນາມ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ທ່ານ Chhay Thy ກຸ່ມ​ປ້ອງ​ກັນ​ສິດທິ​ມະນຸດໃນແຂວງ Rata-
nakkiri ​ໄດ້​ໃຫ້ການຢືນຢັນ​ ກ່ຽວກັບຂ່າວ​ດັ່ງກ່າວ ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ຫວຽດນາມ.

ທ່ານ​ກ່າວ​ວ່າ “ອ້າງ​ອີງ​ຕາມ ຜູ້ບັນຊາການ​ຕຳຫລວດ​ແຫ່ງ​ຊາດແລ້ວ ຊາວ Montagnard
ຫວຽດນາມ​ ເຈັດ​ຄົນ ຮວມທັງ​ຜູ້ຍິງ​ຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ໃນ​ເດືອນ​ມັງ​ກອນທີ 25 ອີງ​ຕາມ​ພື້ນ
ຖານ ທີ່​ເຂົາ​ເຈົ້າ​ໄດ້ເຂົ້າເມືອງ​ຜິດ​ກົດໝາຍ."

ທ່ານ Thy ກ່າວ​ວ່າ 14 ຄົນ​ຍັງຊອກ​ຫາບໍ່ພໍ້ ແມ່ນກຳລັງໄດ້ຮັບຄວາມ​ທໍລະ ມານ​ຈາກ​ອາ​
ກາດ​ໜາວ ​ໃນ​ຂະນະ​ທີ່​ພະຍາຍາມ​ຫລີກ​ລ້ຽງ​ການ​ຈັບ​ກຸມ ​ແລະ​ຖືກສົ່ງກັບຄືນປະ​ເທດ.

ມີການອ້າງຄຳເວົ້າຂອງ ທ່ານນາງ Wan-Hea Lee ຫົວໜ້າ​ຫ້ອງການ​ຂ້າ​ຫລວງໃຫຍ່
ສະຫະ​ປະຊາຊາດດ້ານ​ສິດທິ​ມະນຸດ ປະຈຳກຳປູເຈຍ ທີ່ກ່າວ​ວ່າ ​ເຈັດ​ຄົນ​ທີ່ຖືກສົ່ງກັບ
ຄືນປະ​ເທດ ​ໃນ​ວັນ​ເສົານັ້ນ ​ແມ່ນໄດ້​ຖືກ​ສົ່ງໄປ​ກ່ອນ​ໜ້າ​ຫ້ອງການ​ຂອງ​ທ່ານນາງສາມາດ
​ຕິດ​ຕໍ່​ຫາ​ເຂົາ​ເຈົ້າ​ໄດ້. ​ໃນ​ເດືອນ​ແລ້ວ​ນີ້ ຫ້ອງ ການ​ຂ້າ​ຫລວງໃຫຍ່ສະຫະ​ປະຊາຊາດດ້ານ
​ສິດທິ​ມະນຸດ ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ ຕໍ່ສິດທິຂອງຊາວ Montagnard ໃນຊອກ​ຫາ
​ບ່ອນລີ້ໄພຂອງ​ເຂົາ​ເຈົ້າ​ນັ້ນ​ຈະ​ບໍ່​ໄດ້ຮັບການເອົາຫົວຊາ.

ຊາວ Montagnards ຜູ້​ທີ່ກ່າວ​ອ້າງ​ວ່າ ການ​ຫລົບໜີຂອງພວກເຂົາເຈົ້າຍ້ອນ ມີການ
ປະຫັດປະຫານ​ທາງ​ສາສະໜາ ​ແລະທາງການ​ເມືອງ ຢູ່ໃນຫວຽດນາມ ​ທີ່ໄດ້​ກໍ່ໃຫ້​ເກີດ
​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ ​ໃນໄລຍະຜ່ານມາ.

​ໃນ​ປີ 2000 ​ແລະ 2001 ຫລາຍ​ພັນ​ຄົນ ທີ່​ໄດ້ພາກັນ​ຫລົບໜີ​ເຂົ້າໄປໃນກຳປູ​ເຈຍ.
ຫລາຍໆ​ຄົນ​ໄດ້​ຖືກ​ຈັບ ​ແລະ​ສົ່ງກັບ​ຄືນ​ໄປຫວຽດນາມ ​ເຖິງ​ແມ່ນ​ວ່າ ຈຳ ນວນ​ນຶ່ງ​ໄດ້​ຮັບ
ອະນຸຍາດໃຫ້ມາລີ້ໄ​ພຢູ່​ໃນສະຫະລັດ ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ອຶ່ນໆກໍຕາມ.

XS
SM
MD
LG