ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປ. Clinton ໄປຮ່ວມພິທີ ລະນຶກເຖິງ ວັນຄົບຮອບ 10 ປີ ທີ່ Katrina ຖະຫຼົ່ມ New Orleans


ອະດີດ ປະທານາທິບໍດີ Bill Clinton
ອະດີດ ປະທານາທິບໍດີ Bill Clinton

ອະດີດປະທານາທິບໍດີ Bill Clinton ມີກຳນົດທີ່ຈະເດີນທາງໄປ
ຢ້ຽມຢາມ ເມືອງ New Orleans ທາງພາກໃຕ້ ຂອງ ສະຫະລັດ
ໃນວັນເສົາມື້ນີ້ ເພື່ອເຂົ້າຮ່ວມພິທີລະນຶກເຖິງວັນຄົບຮອບ 10 ປີ ໃນການພັດເຂົ້າຖະຫຼົ່ມຂອງເຮີຣິເຄນ Katrina ທີ່ພາໃຫ້ເກີດນ້ຳ
ຖ້ວມ 80 ເປີເຊັນ ຂອງເມືອງດັ່ງກ່າວ ແລະເຮັດໃຫ້ມີຜູ້ເສຍຊີວິດ
1,800 ຄົນ.

ວົງດົນຕີປະເພດແກວົງດັ້ງເດີມຂອງເມືອງ New Orleans ແລະ
ລະຄັງຂອງໂບດຕ່າງໆຈະດັງຂຶ້ນ ເພື່ອເປັນຂີດໝາຍລະນຶກເຖິງ
ວັນດັ່ງກ່າວເວລາລົມພາຍຸຮ້າຍແຮງຫົວນີ້ເຮັດໃຫ້ຄູກັ້ນນ້ຳແຕກ ແລະນ້ຳໄຫຼເຂົ້າຖ້ວມຕົວເມືອງ New Or-leans. ລົມເຮີຣິເຄນນີ້
ແລະໄພນ້ຳຖ້ວມໄດ້ທຳລາຍບ້ານເຮືອນ 100,000 ຫຼັງເຮັດໃຫ້ນຶ່ງລ້ານຄົນບໍ່ມີບ່ອນພັກພາ ອາໄສແລະເຮັດໃຫ້ Katrina ເປັນຄຳເວົ້າທີ່ມີຄວາມໝາຍແບບດຽວກັນກັບໄພພິບັດ.

ເຈົ້າໜ້າທີ່ເມືອງ New Orleans ມີແຜນທີ່ຈະວາງພວງມາລາ ຢູ່ຕາມສະຖານທີ່ຕ່າງໆທີ່ ໄດ້ຮັບຄວາມເສຍຫາຍຮ້າຍແຮງ ຮວມທັງເຂດ Lower Ninth Ward ທີ່ຄູກັ້ນນ້ຳສຳຄັນ
ໄດ້ແຕກແລະເຮັດໃຫ້ນ້ຳທະເລ ໄຫລເຂົ້າຊຸເອົາບ້ານເຮືອນອອກຈາກບ່ອນຕັ້ງ ຜູ້ຄົນຈົມນ້ຳ ຕາຍ ແລະຈຳນວນນຶ່ງຕົກຄ້າງຢູ່ຂ້າງໃນເຮືອນຊານ ຫລືບໍ່ກໍຢູ່ເທິງຫລັງຄາ.

ສິບປີຕໍ່ມາ ຄຸ້ມທີ່ຊາວຜິວດຳອາໄສຢູ່ມາແຕ່ດັ້ງເດີມນັ້ນກໍຍັງກຳລັງສູ້ຊົນໃນການບູລະນະ
ສ້າງສາຢູ່.

ນ້ຳຖ້ວມ ຍ້ອນເຮີຣິເຄນ Katrina ທີ່ເມືອງ New Orleans ເມື່ອເດືອນສິງ ປີ 2005
ນ້ຳຖ້ວມ ຍ້ອນເຮີຣິເຄນ Katrina ທີ່ເມືອງ New Orleans ເມື່ອເດືອນສິງ ປີ 2005

​ທ່ານ Clinton ມີກຳນົດຈະໄປປາກົດຕົວ ໃນຕອນແລງວັນເສົາມື້ນີ້ ໃນພິທີສະແດງດົນຕີ ແລະສູດມົນພາວະນາ ເພື່ອເປັນກຽດໃຫ້ແກ່ພວກທີ່ລອດຊີວິດມາໄດ້ຈາກໄພນ້ຳຖ້ວມຕະ ຫລອດທັງພວກເຈົ້າໜ້າທີ່ໃຫ້ຄວາມຊ່ອຍເຫລືອ ທີ່ໄດ້ດີ້ນຮົນຕໍ່ສູ້ເພື່ອນຳເອົາປະຊາຊົນ
ໄປສູ່ບ່ອນທີ່ປອດໄພແລະປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ລຸນຫລັງທີ່ລົມພາຍຸພັດເຂົ້າ ຖະຫຼົ່ມແລ້ວ.

ເປັນທີ່ຄາດກັນວ່າ ພວກຜູ້ນຳໃນເມືອງ New Orleans ຈະພາກັນກ່າວຊົມເຊີຍການຟື້ນ ໂຕຄືນທາງດ້ານເສດຖະກິດຂອງເມືອງດັ່ງກ່າວ.

New Orleans Counts on New Levees to Prevent a Future Flood
please wait

No media source currently available

0:00 0:01:48 0:00

XS
SM
MD
LG