ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ເປັນ​ເຈົ້າພາບ ຈັດກອງ​ປະຊຸມ​ນາ​ໆຊາດ ກ່ຽວ​ກັບ ຄວາມ​ໝັ້ນຄົງ ​ອັ​ຟກາ​ນິສຖານ


ປະທານາມິບໍດີອັຟກາ​ນິສຖານ ທ່ານ Ashraf Ghani ​(ຊ້າຍ)
ສຳພັດມືກັບນາຍົກລັດຖະມົນຕີຈີນ ທ່ານ Le Kequiang.
ປະທານາມິບໍດີອັຟກາ​ນິສຖານ ທ່ານ Ashraf Ghani ​(ຊ້າຍ) ສຳພັດມືກັບນາຍົກລັດຖະມົນຕີຈີນ ທ່ານ Le Kequiang.

ຈີນ ກຳລັງ​ເປັນ​ເຈົ້າພາບຈັດກອງ​ປະຊຸມ​ນາ​ໆຊາດກ່ຽວ​ກັບ
ຄວາມ​ໝັ້ນຄົງ​ອັ​ຟ ກາ​ນິສຖານ ​ແລະ​ການບູລະນະ​ສ້າງສາ
ປະເທດດັ່ງກ່າວ ​ຊຶ່ງເປັນການສະແດງ ໃຫ້ເຫັນເຖິງການ​ມີ
ບົດບາດ​ເພີ້ມຂຶ້ນຂອງ​ຈີນ ​ໃນອັຟກາ​ນິສຖານ ​ໃນ​ຂະນະ​ທີ່
ກຳລັງ​ທະຫານສະຫະລັດແລະອົງການ NATO ຖອນ​ອອກ​
ໄປ.

ນາຍົກລັດຖະມົນຕີຈີນ Le Kequiang ​ແລະ ປະທານາທິ
ບໍດີ ອັຟກາ​ນິສຖານ ທ່ານ Ashraf Ghani ​ໄດ້​ເຂົ້າ​ຮ່ວມ
ໃນພິທີເປີດ​ກອງ​ປະ​ຊຸມ ລະດັບ​ລັດຖະມົນຕີ ວ່າດ້ວຍຂັ້ນ
ຕອນ Istanbul ກ່ຽວກັບອັ​ຟກາ​ນິສຖາ ທີ່ນະຄອນຫລວງ
ປັກ​ກິ່ງ ໃນວັນ​ສຸກ​ມື້​ນີ້.

ຈີນ ​ໄດ້ປະກາດໃຫ້ການຊ່ອຍເຫຼືອ 82 ລ້ານ​ໂດ​ສຳລັບປີ​ນີ້​ແລະ​ອີກ 245 ລ້ານ ​ໃນ​ໄລຍະ
ສອງ​ສາມ​ປີ​ຂ້າງ​ໜ້າ ​ເພື່ອ​ໃຫ້ໂອ​ກາດທາງດ້ານການ​ສຶກສາ.ນາຍົກລັດຖະມົນ​ຕີ​ຈີນ ທ່າ​ນ
Le Keqiang ກ່າວ​ວ່າ:

“ຈີນ ​ໄດ້​ຕັດ​ສິນ​ໃຈ​ໃຫ້ການ​ຊ່ວຍ​ເຫລືອ ​ປີ​ນີ້ 500 ລ້ານ​ຍວນ ຊຶ່ງ​ເປັນ​ການ​ຊ່ວຍ​ເຫລືອ​ລ້າ ຄືປະມານ 82 ລ້ານ​ໂດ​ລາສະຫະລັດ. ​ໃນ​ອີກ​ສາມ​ປີຂ້າງໜ້າ ຈີນ ຈະ​ໃຫ້ການ​ຊ່ອຍ​ເຫລືອ
ລ້າ ​ເປັນ​ຈຳນວນ​ເງິນ​ 1 ພັນ​ 5 ຮ້​ອຍລ້ານຍວນ ຕົກ​ເປັນ​ເງີ​ນປະມານ 245 ລ້ານ​ໂດ​ລາສະ
ຫະ​ລັດ. ​ໃນ​ອີກ​ຫ້າ​ປີ​ຂ້າງ​ໜ້າ ຈີນ ຈະ​ໃຫ້ການ​ຊ່ວຍ​ເຫລືອ ເຝິກແອບ 3,000 ຄົນໃນທຸກໆ
ດ້ານ ​ແລະ​ໃຫ້​ທຶນ​ສຶກສາ​ 500 ທຶນແກ່​ບັນດາ​ນັກຮຽນ."

ລັດຖະມົນຕີຈີນ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາເພື່ອນ​ບ້ານ​ຂອງອັຟກາ​ນິສຖານ ຈົ່ງ​ໃຫ້ການ​ສະ ໜັບສະໜູນ ໃນຂະນະທີ່ອັ​ຟກາ​ນິສຖານ​ພະຍາ​ຍາ​ມ​ແກ້​ໄຂ​ບັນຫາຄວາມ​ໝັ້ນຄົງ​ແລະ​ສະ
ຖຽນ​ລະ​ພາບຂອງຕົນ.

ປະທານາທິບໍດີອັ​ຟກາ​ນິສຖານທ່ານ Ghani ​ໃນ​ວັນ​ສຸກ​ມື້​ນີ້​ໄດ້​ເຊີນໃຫ້ກຸ່ມ Taliban ເຂົ້າ ​
ຮ່ວມຂັ້ນຕອນການສ້າງສັນຕິ​ພາບ​ອັ​ຟກາ​ນິສຖານ ​ແຕ່​ກໍໄດ້​ເຕືອນ​ວ່າ ການກໍ່ຄວາມຮຸນ​ແຮງຈະ​ບໍ່ເປັນທີ່ຮັບເອົາ​ໄດ້.

ປະທານາທິບໍດີ Ghani ກ່າວ​ວ່າ ອັຟກາ​ນິສຖານ ມີ​ຄວມຮູ້​ບຸ​ນຄຸນ​ຢ່າງໃຫຍ່​ຫລວງ​ຕໍ່ການ ໃຫ້ຄວາມສະໜັບສະໜຸນຂອງຈີນ​ຕໍ່ອັຟກາ​ນິສຖານ.

CHINA AFGHANISTAN VOSOT
please wait

No media source currently available

0:00 0:00:58 0:00

XS
SM
MD
LG