ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າແຂວງ ອັດຕະປື ຢືນຢັນວ່າ ໄດ້ມີການສຳຫຼວດພົບ ບໍ່ແຮ່ ເປັນປະເພດຫິນອ່ອນ ແລະ ອັນຍະມະນີ


ທ່ານນາມ ວິຍາເກດ ເຈົ້າແຂວງ ແລະເລຂາພັກແຂວງອັດຕະປື ຖະແຫລງຢືນຢັນວ່າ ໄດ້ມີການສຳຫຼວດພົບບໍ່ແຮ່ ຂະໜາດໃຫຍ່ຢູ່ໃນພື້ນທີ່ກວ້າງຫຼາຍຮ້ອຍເຮັກຕາ ໃນເຂດແຂວງອັດຕະປື ເມື່ອບໍ່ນານມານີ້.
ທ່ານນາມ ວິຍາເກດ ເຈົ້າແຂວງ ແລະເລຂາພັກແຂວງອັດຕະປື ຖະແຫລງຢືນຢັນວ່າ ໄດ້ມີການສຳຫຼວດພົບບໍ່ແຮ່ ຂະໜາດໃຫຍ່ຢູ່ໃນພື້ນທີ່ກວ້າງຫຼາຍຮ້ອຍເຮັກຕາ ໃນເຂດແຂວງອັດຕະປື ເມື່ອບໍ່ນານມານີ້.

ເຈົ້າແຂວງອັດຕະປືຢືນຢັນວ່າ ໄດ້ມີການຄົ້ນພົບບໍ່ແຮ່ປະເພດ
ຫິນອ່ອນ ແລະອັນຍະມະນີ ຢູ່ພື້ນທີ່ຫຼາຍຮ້ອຍເຮັກຕາ ຊຶ່ງປະ
ເມີນເບື້ອງຕົ້ນວ່າ ມີປະລິມານ ກວ່າ 7 ລ້ານໂຕນ ມີມູນຄ່າເກີນ
ກວ່າ 100 ຕື້ໂດລາ.

ທ່ານນາມ ວິຍາເກດ ເຈົ້າແຂວງ ແລະເລຂາພັກແຂວງອັດຕະປື ຖະແຫລງຢືນຢັນວ່າ ໄດ້ມີ
ການສຳຫຼວດພົບບໍ່ແຮ່ຂະໜາດໃຫຍ່ຢູ່ໃນພື້ນທີ່ກວ້າງຫຼາຍຮ້ອຍເຮັກຕາ ໃນເຂດແຂວງ
ອັດຕະປື ເມື່ອບໍ່ນານມານີ້ ໂດຍແຮ່ທາດທີ່ສຳຫຼວດພົບໃນຄັ້ງນີ້ ເປັນປະເພດຫິນອ່ອນ ແລະ
ອັນຍະມະນີ ຊຶ່ງປະເມີນໃນເບື້ອງຕົ້ນວ່າ ມີປະລິມານຫຼາຍກວ່າ 7 ລ້ານໂຕນ.

ແຕ່ຢ່າງໃດກໍຕາມ ທ່ານນາມ ກໍບໍ່ໄດ້ໃຫ້ລາຍລະອຽດວ່າ ບໍ່ແຮ່ຫິນອ່ອນ ແລະອັນຍະມະນີ
ດັ່ງກ່າວ ໄດ້ມີການຄົ້ນພົບຢູ່ເຂດໃດ ໃນແຂວງອັດຕະປື ຫາກແຕ່ໄດ້ໃຫ້ການຢືນຢັນວ່າ ມີ
ບໍລິສັດເອກະຊົນຕ່າງຊາດຫຼາຍບໍລິສັດ ທີ່ໄດ້ສະແດງຄວາມສົນໃຈ ທີ່ຈະຂໍອະນຸຍາດສຳປະ
ທານ ການຂຸດຄົ້ນ ແລະຖ້າຫາກວ່າ ໄດ້ມີການຂຸດຄົ້ນຕົວຈິງ ກໍຈະຕ້ອງໃຊ້ເວລາຍາວນານ
ກວ່າ 100 ປີ ທັງຍັງຈະສ້າງລາຍຮັບຫຼາຍກວ່າ 100 ຕື້ໃຫ້ກັບປະເທດລາວອີກດ້ວຍ.

ການສຳຫຼວດພົບບໍ່ແຮ່ຂະໜາດໃຫຍ່ຢູ່ໃນພື້ນທີ່ກວ້າງຫຼາຍຮ້ອຍເຮັກຕາ ໃນເຂດແຂວງອັດຕະປື ເມື່ອບໍ່ນານມານີ້ ໂດຍແຮ່ທາດທີ່ສຳຫຼວດພົບໃນຄັ້ງນີ້ ເປັນປະເພດຫິນອ່ອນ ແລະອັນຍະມະນີ ຊຶ່ງປະເມີນໃນເບື້ອງຕົ້ນວ່າ ມີປະລິມານຫຼາຍກວ່າ 7 ລ້ານໂຕນ.
ການສຳຫຼວດພົບບໍ່ແຮ່ຂະໜາດໃຫຍ່ຢູ່ໃນພື້ນທີ່ກວ້າງຫຼາຍຮ້ອຍເຮັກຕາ ໃນເຂດແຂວງອັດຕະປື ເມື່ອບໍ່ນານມານີ້ ໂດຍແຮ່ທາດທີ່ສຳຫຼວດພົບໃນຄັ້ງນີ້ ເປັນປະເພດຫິນອ່ອນ ແລະອັນຍະມະນີ ຊຶ່ງປະເມີນໃນເບື້ອງຕົ້ນວ່າ ມີປະລິມານຫຼາຍກວ່າ 7 ລ້ານໂຕນ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງ
ແຜນການ ແລະການລົງທຶນ ໄດ້ຖະແຫລງວ່າ ໃນແຜນການ
ປະຈຳປີ 2014-2015 ທີ່ຜ່ານມາ ການຜະລິດໃນພາກການ
ຂຸດຄົ້ນບໍ່ແຮ່ ໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍ 9.16 ເປີເຊັນ
ທຽບກັບແຜນການປີ 2013-2014 ໂດຍເປັນຜົນຜະລິດ
ແຮ່ເງິນ ປະສົມຄຳ ໃນປະລິມານລວມ 17,000 ໂຕນ
ທອງຝຸ່ນ 183,034 ໂຕນ ທອງແຜ່ນ 46,000 ໂຕນ ແລະ
ແຮ່ທາດຊະນິດອື່ນໆ ຈຳນວນໜຶ່ງ.

ໂດຍຜົນຜະລິດແຮ່ທາດດັ່ງກ່າວນີ້ ຄິດເປັນມູນຄ່າລວມ
6,504 ຕື້ 55 ລ້ານກີບ ຫຼືປະມານ 813 ລ້ານໂດລາ ຊຶ່ງ
ລົດລົງຈາກແຜນການປີ 2013-2014 ໃນອັດຕາສະເລ່ຍ
4.56 ເປີເຊັນ ເນື່ອງຈາກວ່າ ລາຄາແຮ່ທາດໃນຕະຫຼາດ
ໂລກໄດ້ຕົກຕ່ຳລົງ ຢ່າງຕໍ່ເນື່ອງ ທີ່ປະກອບກັບຜົນຜະລິດແຮ່ຄຳໃນລາວ ກໍໄດ້ລົດລົງດ້ວຍ ຊຶ່ງກໍເປັນຜົນໂດຍກົງ ຈາກການທີ່ເໝືອງແຮ່ເຊໂປນ ຢູ່ເມືອງວີລະບູລີໃນເຂດແຂວງ​ສະຫວັນ
ນະເຂດນັ້ນ ບໍ່ມີແຮ່ຄຳ ເຫຼືອໃຫ້ຂຸດຄົ້ນຕໍ່ໄປ ນັບແຕ່ ທ້າຍປີ 2013 ເປັນຕົ້ນ
ມາແລ້ວ.

ແຕ່ຢ່າງໃດກໍຕາມ ທ່ານສົມດີ ກໍໄດ້ຖະແຫລງຢືນຢັນວ່າສຳລັບໃນແຜນການປີ 2015-
2016 ລັດຖະບານລາວ ກໍຈະສູ້ຊົນເຮັດໃຫ້ຜົນຜະລິດແຮ່ທາດມີມູນຄ່າລວມເຖິງ 11,000
ຕື້ກີບ ຫຼື ປະມານ 1,375 ລ້ານໂດລາ ໂດຍຈະຂຸດຄົ້ນແຮ່ເງິນປະສົມຄຳໃຫ້ໄດ້ເຖິງ 24,882 ໂຕນ ທອງແຜ່ນ91,000 ໂຕນ ທອງຝຸ່ນ 352,250 ໂຕນ ຫິນກາວ 600,000 ໂຕນ ແລະໂປຣແຕສ ອີກຫຼາຍກວ່າ 200,000 ໂຕນ.

ກ່ອນໜ້ານີ້ ກະຊວງພະລັງງານ ແລະບໍ່ແຮ່ໄດ້ຄາດໝາຍວ່າ ຜົນຜະລິດໃນພາກພະລັງງານ
ແລະບໍ່ແຮ່ຈະເພີ່ມຂຶ້ນເປັນ 20 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມ (GDP) ໃນປີ
2020 ຖ້າຫາກວ່າ ສາມາດຮັກສາອັດຕາການຂະຫຍາຍຕົວໃຫ້ໄດ້ໃນລະດັບ 12 ເປີເຊັນ
ຕໍ່ປີ ໃນແຜນການປີ 2016-2020 ຊຶ່ງແບ່ງເປັນການຂະຫຍາຍຕົວ ຂອງຂະແໜງພະລັງງານ
ໃນອັດຕາສະເລ່ຍ 15 ເປີເຊັນ ແລະຂະແໜງບໍ່ແຮ່ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີ.

ທາງການລາວ ໄດ້ໃຫ້ການຢືນຢັນວ່າ ການພັດທະນາພະລັງງານໃນລາວ ທີ່ສ່ວນໃຫຍ່
ເປັນການສ້າງເຂື່ອນໄຟຟ້ານັ້ນ ຖືເປັນພະລັງງານສະອາດ ແລະກໍສົ່ງຜົນດີຕໍ່ການພັດທະນາ
ເສດຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂຶ້ນ
ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັນສູງຂອງລາວ ໄດ້ເນັ້ນຢ້ຳວ່າ:

“ການພັດທະນາໄຟຟ້າຢູ່ ສປປ. ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກ ຊຶ່ງຈັດເປັນ
ພະລັງງານໃນກຸ່ມແຫລ່ງພະລັງງານທີ່ສະອາດ ເປັນພະລັງງານທົດແທນໄດ້ ແລະ
ມີຜົນກະທົບນ້ອຍຕໍ່ສິ່ງແວດລ້ອມທຳມະຊາດ ແລະສັງຄົມພ້ອມກັນນັ້ນ ພະລັງງານ
ໄຟຟ້ານ້ຳຕົກ ຍັງປະກອບສ່ວນອັນໃຫຍ່ຫລວງ ຕໍ່ການພັດທະນາທ້ອງຖິ່ນຊົນນະ
ບົດ ໄປໃນຕົວ ເປັນການປະກອບສ່ວນສ້າງລາຍຮັບແຫ່ງຊາດ ຈາກການຂາຍ
ໄຟຟ້າ ແລະເປັນການຊ່ວຍໃຫ້ຂະແໜງການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”

ກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການ ຈະເພີ່ມຄວາມອາດສາມາດ ການຜະລິດ
ພະລັງງານໄຟຟ້າຈາກ 6,264 ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 12,500 ເມກາວັດ
ໃນປີ 2020 ຊຶ່ງຈະຕ້ອງດຳເນີນການກໍ່ສ້າງເຂື່ອນຈຳນວນ 38 ໂຄງການ ແລະໂຮງໄຟຟ້າ
ຖ່ານຫິນ 1 ໂຄງການ ໂດຍໃນປັດຈຸບັນນີ້ ໂຮງໄຟຟ້າຫົງສາລິກໄນຕ໌ ຢູ່ໃນແຂວງໄຊຍະບູລີ
ກໍໄດ້ຜິລິດກະແສໄຟຟ້າ ເພື່ອສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່
ເດືອນມິຖຸນາ 2015 ເປັນຕົ້ນມາແລ້ວ.

XS
SM
MD
LG