ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກກິລາ ລະດັບໂລກ ຖືກກ່າວຫາ ວ່າ ໃຊ້ສານກະຕຸ້ນ ໃນລະຫວ່າງ ການແຂ່ງຂັນ


ນັກແລ່ນຄົນໜຶ່ງ ກຳລັງພັກ ຫາຍໃຈ ຫຼັງຈາກໄດ້ສຳເລັດການ ແລ່ນແຂ່ງຂັນ ໄລຍະ 100 ແມັດ.
ນັກແລ່ນຄົນໜຶ່ງ ກຳລັງພັກ ຫາຍໃຈ ຫຼັງຈາກໄດ້ສຳເລັດການ ແລ່ນແຂ່ງຂັນ ໄລຍະ 100 ແມັດ.

ປະທານຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ທ່ານ Thomas
Bach ​ໄດ້​ໃຫ້​ຄຳ​ຕອບ ​ຕໍ່​ຂໍ້​ກ່າວ​ຫາ​ວ່າ ນັກ​ກິລາຫຼາຍຮ້ອຍ​ຄົນ​
ໄດ້​ກ່ຽວ​ພັນ​ກັບ​ການໃຊ້​ສານ​ກະ​ຕຸ້ນ​ນັ້ນ.

ທ່ານ Bach ​ເວົ້າວ່າ “ຖ້າ​ມີ​ກໍລະນີ ​ເຊັ່ນ​ນັ້ນ ທີ່​ກ່ຽວ​ພັນ​ເຖິງ​
ຜົນ​ຕ່າງໆ ຢູ່​ໃນ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ແລ້ວ ຄະນະ​ກຳ
ມະການໂອ​ລິ​ມປິກ​ສາກົນ ຫຼື IOC ຈະ​ປະຕິບັດ​ການ​ ດ້ວຍ​
ນະ​ໂຍບາຍ ​ຂອງ​ພວກ​ເຮົາ ຕາມ​ປົກກະຕິ​ ທີ່ບໍ່​ມີ​ການ​ຜ່ອນ​
ສັ້ນ​ຜ່ອນ​ຍາວ​ເລີຍ ​ແຕ່​ໃນ​ເວລາ​ນີ້ ພວກ​ເຮົາ ບໍ່​ມີ​ຫຍັງ​ຕື່ມ
​ອີກ​ເລີຍ ພຽງ​ແຕ່​ການ​ກ່າວ​ຫາ​ເທົ່າ​ນັ້ນ ​ແລະ ພວກ​ເຮົາ​
ຕ້ອງ​ເຄົາລົບ ການສັນນິຖານ​ວ່າ ບໍ່ມີ​ຄວາມ​ຜິດ ສຳ​ຫລັບ​
ພວກ​ນັກ​ກິ​ລາ​ເຫຼົ່ານັ້ນ.”

ບົດ​ລາຍ​ງານ​ຕ່າງໆ ທີ່​ມີ​ອອກ​ມາ ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ບັນດາ​ນັກ​ກິລາ​ທີ່​ໄດ້​ຮັບຫຼຽນ
ຈຳນວນ 146 ຄົນ ລວມທັງ 55 ຫຼຽນຄຳ ຢູ່​ທີ່​ການ​ແຂ່ງຂັນ​ໂອ​ລິ​ມປິກຕ່າງໆ ​ແລະ ຢູ່​ທີ່​
ການ​ແຂ່ງຂັນ ຊິງ​ແຊ້ມລະດັບ​ໂລກຕ່າງໆ ໃນລະຫວ່າງ ​ປີ 2001 ​ແລະ 2012 ​ແມ່ນ​ວ່າ​
ໄດ້​ຮັບໄຊຊະນະ ​ໂດຍ​ພວກ​ນັກ​ກິລາ ທີ່ຜົນ​ການກວດ​ສອບ​ເລືອດຕ່າງໆ ມີ​ຂໍ້​ສົງ​ໄສນັ້ນ.

ນັກ​ຂ່າ​ວ ARD ຂອງ​ເຢຍຣະມັນ ​ແລະ ໜັງສືພິມ The Sunday Time ​ໃນ​ອັງກິດ ກ່າວ​
ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ຮັບ​ຂໍ້​ມູນ​ຈາກ​ຜູ້ອອກ​ມາ​ແຈ້ງ​ຄວາມ​ຜິດຄົນ​ໜຶ່ງ ຂອງຜົນ​ການກວດ
ເລືອດ ຈຳນວນ 12,000 ກໍລະນີ ຈາກນັກກິລາຈຳນວນ 5,000 ຄົນ ​ຢູ່ໃນ​ຖານ​ຂໍ້​ມູນ ຂອງ​
ສະຫະພັນ​ ສະມາຄົມນັກ​ກິລາ​ສາກົນ ຫຼື IAAF.

ຕາໜ່າງຂ່າວ​ດັ່ງກ່າວ ລາຍ​ງານ​ວ່າ ນັກ​ກິລາ ຫຼາຍກວ່າ 800 ຄົນ ​ໄດ້​ບັນທຶກ​ໃນ​ປະວັດ
ວ່າ ມີ ຜົນ​ການ​ກວດ​ເ​ລື​ອດທີ່ “ຜິດປົກກະຕິ” ໜຶ່ງ​ ຫຼື ຫຼາຍຄັ້ງ. ປະທານ IAAF ທ່ານ
Lamine Diack ​ໄດ້​ປະຕິ​ເສດ ຕໍ່ບົດ​ລາຍ​ງານ​ເຫຼົ່ານັ້ນ ແລະວ່າ​ເປັນ​ການໂຄສະນາ ​ເພື່ອ​
ກວດກາ​ການ​ໃຫ້ຫຼຽນຄືນ​ໃໝ່.

World Athletics Doping
please wait

No media source currently available

0:00 0:02:16 0:00

International Olympic Committee President Thomas Bach has responded to allegations that hundreds of athletes have been involved in doping.

(( Thomas Bach//President, International Olympic Committee ))

"If there should be cases involving results at the Olympic Games, the IOC will act with zero tolerance with our usual policy, but at this time we have nothing more than allegations and we have to respect the presumption of innocence for the athletes."

Reports surfaced Sunday that 146 medals, including 55 golds, at the Olympics and at World Championships between 2001 and 2012 were won by athletes with suspicious blood test results.

German broadcaster ARD and The Sunday Times newspaper in Britain said they obtained access from a whistleblower to the results of 12,000 blood tests from 5,000 athletes in the database of the International Association of Athletics Federations.

The outlets said more than 800 of the athletes recorded one or more "abnormal" test results.IAAF President Lamine Diack dismissed the reports as a campaign to redistribute medals.

XS
SM
MD
LG