ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມກຽດຊັງ ແລະ ຄວາມຢ້ານກົວ ຊາວຕ່າງຊາດ ກໍ່ໃຫ້ເກີດ ຄວາມຮຸນແຮງ ແກ່ອົບພະຍົບ ໃນອາຟຣິກາໃຕ້


ແມ່ຍິງຊາວອາຟຣິກາໃຕ້ຄົນໜຶ່ງ ຖືປ້າຍ ທີ່ມີຄຳເວົ້າວ່າ
"ຢືນຂຶ້ນຕໍ່ຕ້ານ ຄວາມກຽດຊັງແລະຢ້ານກົວ" ຢູ່ແຄມທາງ ໃນ ເມືອງ Sandton ຂະນະທີ່ມີການກໍ່ຄວາມຮຸນແຮງຕໍ່ຕ້ານ ຊາວຕ່າງປະເທດຢູ່ຕໍ່ມາ, ວັນທີ 18 ເມສາ 2015.
ແມ່ຍິງຊາວອາຟຣິກາໃຕ້ຄົນໜຶ່ງ ຖືປ້າຍ ທີ່ມີຄຳເວົ້າວ່າ "ຢືນຂຶ້ນຕໍ່ຕ້ານ ຄວາມກຽດຊັງແລະຢ້ານກົວ" ຢູ່ແຄມທາງ ໃນ ເມືອງ Sandton ຂະນະທີ່ມີການກໍ່ຄວາມຮຸນແຮງຕໍ່ຕ້ານ ຊາວຕ່າງປະເທດຢູ່ຕໍ່ມາ, ວັນທີ 18 ເມສາ 2015.

ປະທານ​າທິບໍດີ ຊິ​ມບັບ​ເວ ທ່ານ Robert Mugabe ​ໄດ້​ປະນາມ
ການ​ກໍ່​ຄວາມ​ຮຸນ​ແຮງ ​ຕໍ່ຕ້ານ​ອົບ​ພະຍົບ ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ໃນ
ອາ​ຟຣິກາ​ໃຕ້ ທີ່​ໄດ້​ເຮັດ​ໃຫ້ ຫຼາຍຮອດ 6 ຄົນ​ເສຍ​ຊີວິດ.

​ໃນການ​ກ່າວ​ຄຳ​ຖະ​ແຫລ​ງ ທີ່ ນະຄອນຫລວງ Harare ທ່ານ
Mugabe ສະ​ແດ​ງຄວາມ​ຮູ້​ສຶກ “ຕົກ​ໃຈ ​ແລະ ລັງ​ກຽດ” ຕໍ່​
ການ​ໂຈມ​ຕີຊາວ​ຕ່າງ​ຊາດ ​ຍ້ອນ​ຄວາມກຽດ​ຊັງ ແລະ ​ຢ້ານ​ກົວ
ທີ່​ໄດ້​ເ​ລີ້​ມຕົ້ນຂຶ້ນ ຢູ່​ໃນ Durban ​ເມືອງຊາຍທະ​ເລ ຂອງ
​ອາ​ຟຣິກາ​ໃຕ້. ຄຳເຫັນຂອງ​ທ່ານມີຂຶ້ນ ​ໃນ​ຂະນະ​ທີ່​ທ່ານ​ກ່າວ
ຄຳ​ປາ​ໄສ​ ເນື່ອງ​ໃນ​ວັນ​ເອກະລາດ ຂອງ​ຊິ​ມບັບ​ເວ ​ຄົບ​ຮອບ
35 ປີ.

Xenophobic Violence Sweeps South Africa
please wait

No media source currently available

0:00 0:02:38 0:00

​ໃນ​ການຖະ​ແຫລ​ງ ​ໃນນາມອົງການ​ຈັດ​ຕັ້ງ​ລະດັບ​ພາກ​ພື້ນ ທີ່​ຊື່ວ່າ​ ປະຊາ​ຄົມ ພັດທະນາ
ພາກ​ໃຕ້ອາ​ຟຣິກາ​ໃຕ້ ​ແລະ ສະຫະພາບ​ອາ​ຟຣິກາ ຊຶ່ງ​ທ່ານ​ເປັນ​ປະ​ທານ​ຂອງ​ທັງ​ສອງ​ກຸ່ມ
ຢູ່​ໃນ​ເວລາ​ນີ້ ທ່ານ Mugabe ກ່າວວ່າ ການ​ກະທຳ​ທີ່​ເປັນ​ການ​ທຳຮ້າຍ​ຕໍ່​ເພື່ອນຊາວ​
ອາ​ຟຣິກາ​ ນຳ​ກັນນັ້ນ “​ຜູ້​ໃດກໍບໍ່​ຄວນ ທີ່​ຈະ​ຍອມ​ໃຫ້​ມີ​ຂຶ້ນ​ໄດ້.”

ທ່ານ​ກ່າວອີກ​ວ່າ ລັດຖະບານ​ຂອງ​ທ່ານ ​ກຳລັງ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ຕ່າງໆ ​ເພື່ອ
ນຳ​ເອົາ​ພົນລະ​ເມືອງ​ຂອງ​ຕົນ​ ກັບ​ຄືນ​ມາ.



Zimbabwe's president, Robert Mugabe, has condemned recent anti-immigrant violence in South Africa that has killed as many as six people.

In a speech in the Zimbabwean capital, Harare, Mr. Mugabe expressed "shock and disgust" at the xenophobic attacks, which began in the South African coastal city of Durban. His comments came as he marked Zimbabwe's 35th independence anniversary.

Speaking on behalf of the regional Southern African Development Community and the African Union -- groups he currently chairs, President Mugabe said the act of harming fellow Africans "can never be condoned by anyone."

He said his government was putting measures in place to bring back its citizens.

XS
SM
MD
LG