ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອວ່າ ຕົນປ່ອຍ ທ່ານ Fowle ຍ້ອນ ປ.ໂອບາມາ ຮ້ອງຂໍ


ທ່ານ Jeffrey Fowle ນັກໂທດທີ່ຖືກປ່ອບໂຕ ຈາກເກົາຫລີເໜືອ ໄດ້ຖືກຕ້ອນຮັບຈາກຄອບຄົວ ທີ່ຖານທັບອາກາດ Wright-Patterson ເມືອງ Dayton ລັດ Ohio.
ທ່ານ Jeffrey Fowle ນັກໂທດທີ່ຖືກປ່ອບໂຕ ຈາກເກົາຫລີເໜືອ ໄດ້ຖືກຕ້ອນຮັບຈາກຄອບຄົວ ທີ່ຖານທັບອາກາດ Wright-Patterson ເມືອງ Dayton ລັດ Ohio.

ເກົາຫຼີເໜືອກ່າວວ່າ ຄົນອາເມຣິກັນທີ່ຖືກຄຸມຂັງຢູ່ເກົາຫຼີເໜືອ
ໄດ້ຖືກປ່ອຍໃນ ອາທິດນີ້ ຫລັງຈາກໄດ້ມີການຮ້ອງຂໍຊ້ຳແລ້ວ
ຊ້ຳອີກ ຈາກປະທານາທິບໍດີສະ ຫະລັດ ທ່ານບາຣັກ ໂອບາມາ.

ລາຍງານສັ້ນໆ ຂອງອົງການຂ່າວສູນກາງຂອງເກົາຫຼີີເໜືອ
ແຈ້ງວ່າ ນັກໂທດ Jeffrey Fowle ໄດ້ຖືກປ່ອຍໂດຍໄດ້ຮັບ
ຄຳສັ່ງຈາກຜູ້ນຳ ກິມ ຈົງ ອຸນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ບໍ່ມີ ການຕົກລົງກັນໃດໆ ກ່ຽວກັບການປ່ອຍໂຕ ແບບ
ບໍ່ຄາດຝັນ ນັກໂທດອາເມ ຣິກັນຄົນນຶ່ງ ໃນອາທິດນີ້ ໂດຍ
ເກົາຫຼີເໜືອ.

ເກົາຫລີ​ເໜືອ ຊຶ່ງເປັນປະເທດທີ່ໂດດດ່ຽວ ໄດ້​ປ່ອຍ​ໂຕ ທ່ານ Jeffrey Fowle ຢ່າງກະ
ທັນຫັນ ແລະເຈົ້າໜ້າທີ່ສະຫະລັດໄດ້ປະກາດ ໃນວັນອັງຄານວານນີ້ວ່າ ຜູ້ກ່ຽວກຳລັງ
ມຸ່ງໜ້າກັບຄືນບ້ານ ສູ່ສະຫະລັດ.

ທ່ານ Jeffrey Fowle ທີ່ໄດ້ເດີນທາງໄປເຖິງເກົາຫຼີເໜືອໂດຍວີຊ່ານັກທ່ອງ ທ່ຽວນັ້ນ
ໄດ້ຖືກຈັບເມື່ອ 6 ເດືອນກ່ອນ ຫລັງຈາກປະຄຳພີໄບເບີ້ລໄວ້ທີ່ຮ້ານ ອາຫານແລະບາ
ແຫ່ງນຶ່ງຂອງເກົາຫຼີເໜືອ.

ຄອບຄົວຂອງທ່ານໄດ້ປະຕິເສດວ່າ ທ່ານບໍ່ໄດ້ເດີນທາງໄປເກົາຫຼີເໜືອ ເພື່ອເຜີຍແຜ່
ສາສະໜາ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Marie Harf ກ່າວວ່າ ຍັງມີ
ຄວາມວິຕົກກັງວົນ ຢູ່ກ່ຽວກັບຊາວອາເມຣິກັນອີກ 2 ຄົນ ທີ່ຍັງຖືກຄຸມຂັງ ຢູ່ໃນເກົາ
ຫຼີເໜືອ.

ທ່ານ​ນາງ Harf ກ່າວ​ວ່າ “ພວກ​ເຮົາ​ຍັງ​ເພັ່ງເລັງ ໃສ່ການ​ສືບຕໍ່ຄຸມ​ຂັງ ທ່ານ Kenneth
Bae ​ແລະ​ທ້​າວ Mathew Miller ​ແລະ​ອີກ​ຄັ້ງ​ນຶ່ງ ຮຽກຮ້ອງ​ໃຫ້ ​ສປປ ເກົາຫລີ​ ຈົ່ງ​ປ່ອຍ
​ເຂົາ​ເຈົ້າ​ໂດຍ​ທັນ​ທີ.

ທ່ານ​ນາງ ກ່າວ​ວ່າ ທ່ານ Fowle ຖືກ​ກວດ​ຈາກທ່ານໝໍຄົນ​ນຶ່ງ ​ແລະ​ປາກົດ​ວ່າ ມີ​ສຸຂະ
ພາບ​ດີ.

NOKOR PRISONER RELEASE VOSOT
please wait

No media source currently available

0:00 0:01:33 0:00

ທ້າວ Miller ​ໄດ້​ຖືກ​ຕັດສິນໃຫ້​ອອກ​ແຮງ​ງານ​ໜັກ ຫົກ​ປີ ຫລັງ​ຈາກ​ໄດ້​ຖືກ​ພົບ ເຫັນວ່າ
ມີຄວາມຜິດ ໃນການກະທຳທີ່ເປັນ “ປໍລະປັກ” ຕໍ່​ເກົາຫລີ​ເໜືອ. ທ່ານ Bae ​ໄດ້​ຖືກ​ຕັດ
ສິນລົງ​ໂທດໃຫ້​ຕິດຄຸກ 15 ປີ ຍ້ອນການກະທຳທີ່ເປັນ “ປໍລະ ປັກ” ຕໍ່ເກົາຫຼີເໜືອ​ເຊັ່ນ​
ດຽວ​ກັນ.

ໃນການຖະແຫຼງທີ່ນະຄອນເບີລິນໃນວັນພຸດມື້ນີ້ ທ່ານ Kerry ຍັງໄດ້ສະແດງ ຄວາມ
ຫວັງອອກມາວ່າ ການເຈລະຈາ ເພື່ອປົດອາວຸດນິວເຄລຍ ກັບພຽງຢາງອາດຈະເລີ້ມຂຶ້ນ
ໃນໄວໆນີ້.

American Detained in North Korea Returns Home
please wait

No media source currently available

0:00 0:02:50 0:00

XS
SM
MD
LG