ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບເຮືອສະຫະຣັດ ຕິດຕາມ ພວກໂຈນທະເລໂຊມາເລັຽ ທີ່ຈັບກັບຕັນກຳປັ່ນບັນທຸກສິນຄ້າອະເມຣິກັນ ເປັນໂຕປະກັນ


ໂຊມາເລັຽ - ໂຈນທະເລ: ກອງທັບເຮືອ ສະຫະຣັດ ກຳລັງຕິດຕາມເບິ່ງ ຢ່າງໃກ້ຊິດ ສະຖານະການ ເຄັ່ງຕຶງ ຢູ່ນອກ ແຄມຝັ່ງທະເລ ໂຊມາເລັຽ ບ່ອນທີ່ ພວກໂຈນທະເລ ໄດ້ຈັບເອົາກັບຕັນ ກຳປັ່ນ ບັນທຸກສິນຄ້າ ລຳນຶ່ງ ຂອງສະຫະຣັດ ໄວ້ເປັນໂຕປະກັນ. ກຳປັ່ນຣົບ BAINBRIDGE ຂອງສະຫະຣັດ ໄດ້ເດີນທາງ ໄປເຖິງ ບ່ອນ​ເກີດ​ເຫດ ໃນເຊົ້າວານນີ້. ພວກໂຈນທະເລ ໄດ້​ເຂົ້າຈີ້ ແລະ​ຍຶດ ກຳ​ປັ່ນ ​ລຳ​ດັ່ງກ່າວ ເປັນເວລາສັ້ນໆ ໃນມື້ວານນີ້ ກ່ອນທີ່ ພວກລູກເຮືອ ຊຶ່ງເປັນຄົນອະເມຣິກັນ ທັງ​ໝົດ ທຳ​ການ​ຕໍ່ສູ້​ຍຶດ​ເອົາເຮືອຄືນ. ​ພວກ​ໂຈນ​ທະ​ເລ ​ໜີ​ໄປ​ໄດ້ ພ້ອມ​ກັບ ຈັບ​ກັບຕັນ ​ໄປ​ນຳ. ພວກລູກເຮືອ ເວົ້າວ່າ ໂຈນທະເລ 4 ຄົນ ຍັງສືບຕໍ່ ຈັບກັບຕັນ ໄວ້ເປັນໂຕປະກັນ ໃນເຮືອຊູຊີບ ລຳນຶ່ງ. ກຳປັ່ນ ບັນທຸກຕູ້ສິນຄ້າ MAERSK ALABAMA​ ໃຫຍ່ຂນາດ 17 ພັນໂຕນ ກຳລັງລຳລຽງ ເຄື່ອງຊ່ອຍເຫລືອ ສຸກເສີນ ໄປຍັງເມືອງ MOMBASA ໃນປະເທດເຄນຢາ. ກຳປັ່ນ ລຳດັ່ງກ່າວ ແມ່ນລຳທີ 6 ທີ່ ຖືກຍຶດພາຍໃນອາທິດນີ້ ແຕ່ເປັນກຳປັ່ນ ທີ່ຈົດທະບຽນ ເປັນຂອງອະເມຣິກັນ ລຳທຳອິດ ທີ່ໄດ້ຖືກຈີ້ ໂດຍ ພວກໂຈນທະເລ ທີ່ປະຕິບັດງານ ຢູ່ນອກ ແຄມຝັ່ງທະເລ ກ້ຳຕາເວັນອອກ ຂອງອາຟຣິກາ.

ອິນໂດເນເຊັຽ - ການເລືອກຕັ້ງ: ຊາວອິນໂດເນເຊັຽ ພາກັນໄປປ່ອນບັດ ໃນມື້ນີ້ ໃນການເລືອກຕັ້ງ ສະພາແຫ່ງຊາດ ຊຶ່ງຈະ​ເປັນ​ການຕັດສິນວ່າ ປະທານາທິບໍດີ SUSILO BAMBANG YUDHOYONO ຈະໄດ້ຮັບ ການສນັບສນຸນ ພຽງພໍຫຼືບໍ່ ເພື່ອທີ່​ຈະ​ໄດ້ ເຂົ້າຮັບຕຳແໜ່ງ ເປັນສມັຍທີ 2 ຕື່ມອີກ 5 ປີ. ການປ່ອນບັດ ໄດ້ເລີ້ມຂຶ້ນ ໃນຕອນເຊົ້າມື້ນີ້ ທ່າມກາງ ທີ່​ມີ ຄວາມວິຕົກກັງວົນ ກ່ຽວກັບ ການສໍ້ໂກງ ຄະແນນສຽງ ແລະຄວາມຮຸນແຮງ ໃນເຂດຕ່າງໆ ຂອງອິນໂດເນເຊັຽ. ປະມານ 170 ລ້ານຄົນ ມີສິດ ໄປປ່ອນບັດ ເລືອກເອົາ ຜູ້ສະມັກ ເປັນສະມາຊິກ ສະພາແຫ່ງຊາດ ຫລາຍໆໝື່ນຄົນ ແຕ່ການຢ່ັງຫາງສຽງ ສະແດງໃຫ້ເຫັນວ່າ ພັກປະຊາທິປັດ ຊຶ່ງເປັນພັກຣັຖບານ ຂອງ ປະທານາທິບໍດີ SUSILO ມີທ່າທາງວ່າ ຈະເປັນພັກ ທີ່ໄດ້ຮັບຄະແນນ ຫລາຍກວ່າໝູ່. ບັນດາ ຜູ້ມີສິດປ່ອນບັດ ຈະເລືອກເອົາ ສະພາແຫ່ງຊາດ ຊຸດໃໝ່ ທີ່ມີບ່ອນນັ່ງ 560 ບ່ອນ ຂອງອິນໂດເນເຊັຽ ແລະຕັດສິນວ່າ ພັກໃດ ຈະສາມາດ ສົ່ງຜູ້ສະມັກ ເຂົ້າຮ່ວມ ການເລືອກຕັ້ງ ປະທານາທິບໍດີ ຊຶ່ງຈະມີຂຶ້ນ ໃນເດືອນກໍຣະກົດ. ບໍ່ເທົ່າໃດຊົ່ວໂມງ ກ່ອນການປ່ອນບັດ ເລີ້ມຂຶ້ນ ຕຳຣວດກ່າວວ່າ ມີ 6 ຄົນ ໄດ້ເສັຽຊີວິດ ໃນຄວາມຮຸນແຮງ ທີ່ແຂວງປາປົວ ຂອງອິນໂດເນເຊັຽ.

ໄທ - ການປະທ້ວງ: ພວກປະທ້ວງ ຕໍ່ຕ້ານຣັຖບານ ໃນປະເທດໄທ ເຮັດໃຫ້ ການສັນຈອນໄປມາ ທີ່ບາງກອກ ໃນມື້ນີ້ ເປັນອັມມະພາດ​ໄປ ຂະນະທີ່ ພວກປະທ້ວງຂູ່ວ່າ ຈະຫັນ ການປະທ້ວງ ຂນາດໃຫຍ່ ໄປໃສ່ ກອງປະຊຸມ ສຸດຍອດ ຂອງອາຊ່ຽນ ຊຶ່ງຈະຈັດຂຶ້ນ ທີ່ພັທຍາ ເມືອງຕາກອາກາດ ແຄມທະເລຂອງໄທ. ພວກປະທ້ວງ ທີ່ໃສ່ເສື້ອແດງ ຊຶ່ງສນັບສນຸນ ອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ກຳລັງຮຽກຮ້ອງ ໃຫ້ນາຍົກຣັຖມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ ລາອອກ ພ້ອມໆກັບ ຫົວໜ້າທີ່ປຶກສາ ຂອງກະສັດໄທ. ໃນມື້ວານນີ້ ພວກຄົນຂັບຣົດ ແທັກຊີ ປະມານ 100 ຄັນ ໄດ້ປະຣົດ ເຂົາເຈົ້າໄວ້ ທີ່ວົງວຽນ ອະນຸສາວະຣີ​ ໄຊ​ສມໍຣະພູມ ຊຶ່ງເປັນທາງແຍກ ທີ່ສຳຄັນໃນບາງກອກ ເຮັດໃຫ້ ການສັນຈອນໄປມາ ທີ່ແອອັດຢູ່ແລ້ວ ເກີດການ ຕິດຄັດ ຢ່າງໃຫຍ່. ທ່ານອະພິຊິດ​ ໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະປົກປ້ອງ ພວກຜູ້ນຳຕ່າງປະເທດ ທີ່ເດີນທາງ ໄປຮ່ວມ ກອງປະຊຸມສຸດຍອດ ຢູ່ພັທຍາ ແລະບໍ່ໄດ້ ໃຫ້ຄວາມສຳຄັນໃດໆ ຕໍ່ການຂົ່ມຂູ່ ທີ່ອາດມີຂຶ້ນ ຕໍ່ກອງປະຊຸມດັ່ງກ່າວ. ຣັຖມຸນຕຣີການເງິນ ຈາກ 10 ປະເທດ ສະມາຊິກ ຂອງອາຊ່ຽນ ເລີ້ມປະຊຸມກັນ ທີ່ພັທຍາ ໃນມື້ນີ້.

ເກົາຫລີເໜືອ: ສື່ມວນຊົນ ຂອງທາງການ ເກົາຫລີເໜືອ ລາຍງານວ່າ ສະພາແຫ່ງຊາດ ທີ່ເປັນພຽງ ຄັນຕາລະບັດ ຂອງຣັຖບານ ໄດ້ແຕ່ງຕັ້ງ ໃຫ້ທ່ານ KIM JONG IL ປະທານ​ປະ​ເທດ ເຂົ້າຮັບຕຳແໜ່ງ ເປັນຜູ້ບັນຊາການ ທະຫານສູງສຸດ ຕື່ມອີກ. ອົງການຂ່າວ ສູນກາງ ຂອງທາງການ ເກົາຫລີເໜືອ ລາຍງານຂ່າວ ໃນມື້ນີ້ວ່າ ທ່ານ KIM ໄດ້ຖືກແຕ່ງຕັ້ງ ໃຫ້ເຂົ້າຮັບຕຳແໜ່ງ ເປັນປະທານ ກັມມາທິການ ປ້ອງກັນຊາດ ທີ່ມີອິດທິພົນ ຂອງເກົາຫລີເໜືອ ຕື່ມອີກ ໃນຣະຫວ່າງ ກອງປະຊຸມ ຄັ້ງທຳອິດ ຂອງສະພາແຫ່ງຊາດ. ອົງການຂ່າວ ຕາເວັນຕົກ​ ໄດ້ລາຍງານວ່າ ເປັນທີ່ ຄາດກັນວ່າ ທ່ານ KIM ຈະນັ່ງ ເປັນປະທານ​ ໃນກອງປະຊຸມ ສະພາແຫ່ງຊາດ ຄັ້ງນີ້ ໃນອັນທີ່ ອາດຈະເປັນ ການປາກົດຕົວ ໃນທີ່ສາທາຣະນະ ຄັ້ງສຳຄັນ ເທື່ອທຳອິດ ຂອງ​ທ່ານ ນັບແຕ່ ເດືອນສິງຫາ ປີກາຍນີ້ ເປັນຕົ້ນມາ. ແຕ່ລາຍງານຂ່າວ ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ທ່ານ KIM ໄດ້ເຂົ້າຮ່ວມ ໃນກອງປະຊຸມ​ຫລືບໍ່? ກອງປະຊຸມ ສະພາແຫ່ງຊາດ ທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫລັງຈາກຣັຖບານ ເກົາຫລີເໜືອ ກ່າວວ່າ ມີນຶ່ງ​ແສນຄົນ ເຂົ້າຮ່ວມ ການໂຮມຊຸມນຸມ ເພື່ອສເລີມສລອງ ການຍິງຈະຣວດ ຂອງເກົາຫລີເໜືອ ໃນມື້ວັນອາທິດ ຜ່ານມາ ແລະການເຂົ້າ ຮັບຕຳແໜ່ງ ເປັນສມັຍທີ 3 ຂອງທ່ານ KIM.

ອາຊ່ຽນ - ເອເຊັຽຕາເວັນອອກ: ຈີນກ່າວວ່າ ພວກຜູ້ນຳ ໃນເຂດເອເຊັຽ ຕາເວັນອອກ ຄວນເພັ່ງເລັງໃສ່ ການເສີມຂຍາຍ ການຄ້າ ຢູ່ໃນຂົງເຂດ ບໍ່ແມ່ນ ເຣື່ອງເກົາຫລີເໜືອ ໃນຣະຫວ່າງ ການເຈຣະຈາ ຄັ້ງຈະມາ ຢູ່ທີ່ປະເທດໄທ. ຣັຖມຸນຕຣີ ຊ່ອຍວ່າການ ກະຊວງ ການຕ່າງປະເທດຈີນ ທ່ານ HU ZHENGYUE ກ່າວ ໃນມື້ວານ ນີ້ວ່າ ພວກຜູ້ນຳ ຄວນເພັ່ງເລັງໃສ່ ການຮັບມື ກັບວິກິຕການ ທາງດ້ານການເງິນ ຂອງໂລກ ເວລາພວກທ່ານ ພົບປະກັນ ໃນກອງປະຊຸມ ທີ່ຈະມີຂຶ້ນ ຄຽງຄູ່ກັບ ກອງປະຊຸມ ສຸດຍອດ ກັບພວກຜູ້ນຳ ຂົງເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ. ທ່ານ HU ກ່າວຕໍ່ ສື່ມວນຊົນ ຂອງທາງການຈີນວ່າ ປັກກິ່ງ ໃຫ້ຄວາມສຳຄັນ ເປັນພິເສດ ​ແກ່ການພົບປະ ກັບພວກຜູ້ນຳ ຂອງອາຊ່ຽນ ຊຶ່ງຈະເລີ້ມຂຶ້ນ ໃນວັນສຸກ ມື້ອື່ນນີ້. ອົງການຂ່າວ ຊິນຫວາ ຂອງທາງການຈີນ ໄດ້ອ້າງຄຳເວົ້າ ຂອງນາຍົກ ຣັຖມຸນຕຣີ WEN JIABAO ທີ່ກ່າວວ່າ ທ່ານຫວັງວ່າ ຈະບັນລຸ ຂໍ້ຕົກລົງ ການຄ້າເສຣີ ກັບອາຊ່ຽນ ໃນຣະຫວ່າງ ກອງປະຊຸມ ສຸດຍອດປະຈຳປີ ຂອງເອເຊັຽຕາເວັນອອກ​ ໃນ​ຄັ້ງນີ້. ແຕ່ການແຕກແຍກ ຣະຫວ່າງ ຍີ່ປຸ່ນແລະຈີນ ກ່ຽວກັບ ການຕອບໂຕ້ ຂອງນາໆຊາດ ຕໍ່ການຍິງຈະຣວດ ຂອງເກົາຫລີເໜືອ ເມື່ອໄວໆມານີ້ ອາດຈະເປັນ ເງົາບົດບັງ ການເຈຣະຈາຫາຣື ດັ່ງກ່າວ.

ອີຣ່ານ - ນິວເຄລັຽ: ຜູ້ຊ່ອຍ ຄົນນຶ່ງ ຂອງປະທານາທິບໍດີ ອີຣ່ານ ທ່ານ MAHMOUD AHMADINEJAD ກ່າວວ່າ ເຕຫະຣ່ານ ຈະທົບທວນເບິ່ງ ຂໍ້ສເນີ ເພື່ອເປີດ ການເຈຣະຈາຫາຣື ໃນດ້ານນິວເຄລັຽ ຂອງສະຫະຣັດ ແລະມະຫາອຳນາດ ອື່ນໆອີກ 5 ປະເທດ. ຜູ້ຊ່ອຍ ປະທານາທິບໍດີ ອີຣ່ານ ກ່າວໃນມື້ນີ້ວ່າ ອີຣ່ານ ຈະຕັດສິນໃຈ ກ່ຽວກັບວ່າ ຈະຕອບຮັບ ແບບໃດ ຫລັງຈາກ ໄດ້ທົບທວນເບິ່ງ ລາຍລະອຽດ ຂອງຂໍ້ສເນີ ດັ່ງກ່າວນີ້ແລ້ວ. ພວກນັກການທູດ ອະວຸໂສ ຂອງ 5 ປະເທດ ສະມາຊິກຖາວອນ ຂອງສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ຊຶ່ງປະກອບດ້ວຍ ສະຫະຣັດ ຣັດເຊັຽ ຈີນ ຝຣັ່ງ ແລະອັງກິດ ບວກກັບເຢັຽຣະມັນ ໄດ້ພົບປະກັນ ທີ່ກຸງລອນດອນ ໃນມື້ວານນີ້ ແລະກ່າວວ່າ ຕົນຈະຮ້ອງຂໍ ໃຫ້ຣັຖມຸນຕຣີ ການຕ່າງປະເທດ ຫລືຫົວໜ້າ ນັກການທູດ ຂອງສະຫະພາບ ຢູໂຣບ ທ່ານ JAVIER SOLANA ເຊື້ອເຊີນໃຫ້ ອີຣ່ານ ເຂົ້າຮ່ວມ ກອງປະຊຸມ ໃນໄວໆນີ້ ເພື່ອຊອກຫາ ຊ່ອງທາງ ແກ້ໄຂ ທາງດ້ານການທູດ ຕໍ່ບັນຫານິວເຄລັຽ ທີ່ມີ ຄວາມສຳຄັນ ຫລໍ່ແຫລມນັ້ນ.ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວ​ວ່າ ສຫະຣັດ ຈະເຂົ້າຮ່ວມ ຢ່າງເຕັມສ່ວນ ໃນການເຈຣະຈາ ຂອງປະເທດ ມະຫາອຳນາດ ທີ່ສຳຄັນໆ ກັບອີຣ່ານ ກ່ຽວກັບ ການຂັດແຍ້ງ ໃນ​ເຣື່ອງ ໂຄງການນິວເຄລັຽ ຂອງອີຣ່ານນັ້ນ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG